ໃນໂອກາດທີ່ຄະນະຜູ້ແທນສະພາເປິກການເມືອງແຫ່ງຊາດຈີນ ເດີນທາງມາເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ, ໃນຕອນບ່າຍວັນທີ 1 ທັນວາ 2025 ຄະນະໄດ້ເຂົ້າພົບປະສອງຝ່າຍກັບສູນກາງແນວລາວສ້າງຊາດ ຝ່າຍຈີນນຳໂດຍ ສະຫາຍ ຫວັງ ຮູ້ໜິງ ກຳມະການປະຈຳກົມການເມືອງສູນກາງພັກ, ປະທານສະພາເປິກການເມືອງແຫ່ງຊາດຈີນ ແລະ ຝ່າຍລາວນຳໂດຍສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະນຳຂອງທັງສອງຝ່າຍ.

ສະຫາຍ ສິນລະວົງ ຄຸດໄພທູນ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ພ້ອມທັງໃຫ້ກຽດເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ຂອງສະຫາຍ ຫວັງ ຮູ້ໜິງ ພ້ອມດ້ວຍຄະນະໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ຂອງສອງປະເທດ ລາວ-ຈີນ, ຈີນ-ລາວ ເຂົ້າສູ່ລວງເລິກ, ນັບມື້ນັບແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ພ້ອມກັນນີ້, ສະຫາຍຍັງໄດ້ຍົກໃຫ້ເຫັນສະພາບລວມໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ຍົກໃຫ້ເຫັນພາລະບົດບາດ, ສິດ, ໜ້າທີ່ຂອງອົງການແນວລາວສ້າງຊາດ ໂດຍຫຍໍ້ໃຫ້ຄະນະຜູ້ແທນຝ່າຍຈີນໄດ້ຮັບຊາບ .

ໃນໂອກາດນີ້, ສະຫາຍປະທານສະພາທີ່ເປິກສາການເມືອງແຫ່ງຊາດຈີນ ໄດ້ສະແດງຄວາມຂອບໃຈເປັນຢ່າງຍິ່ງ ຕໍ່ປະທານສູນກາງແນວລາວສ້າງຊາດ ທີ່ໄດ້ໃຫ້ການຕ້ອນຮັບຄະນະຢ່າງອົບອຸ່ນ ພ້ອມທັງໄດ້ຍົກໃຫ້ເຫັນເຖິງສະພາບລວມໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປ ຈີນ ໃນໄລຍະຜ່ານມາໂດຍຫຍໍ້ໃຫ້ຝ່າຍລາວໄດ້ຮັບຊາບ.
ພ້ອມນີ້, ທັງສອງຝ່າຍຍັງໄດ້ຕີລາຄາຄືນຕໍ່ການພົວພັນຮ່ວມມືໃນໄລຍະຜ່ານມາ ແລະ ໄດ້ເປິກສາຫາລືກ່ຽວກັບບາງວຽກງານທີ່ຈະສືບຕໍ່ຮ່ວມມືກັນໃນຕໍ່ໜ້າ ຕື່ມອີກ.
ຂ່າວ+ພາບ: ເຢ+ລີ


