ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພົບປະ​ສອງຝ່າຍ ລະຫວ່າງ​ສະພາແຫ່ງຊາດ​ ລາວ-ຫວຽດນາມ

Nov 4, 2026

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ,​ ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດ ແຫ່ງ ສປປລາວ ພົບປະຢ່າງເປັນທາງການກັບສະຫາຍ ເຈິ່ນ ແທັງ ເໝິ້ນ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດຫວຽດນາມ ໃນໂອກາດເຄື່ອນໄຫວຢ້ຽມຢາມ ສສ.ຫວຽດນາມ ຢ່າງເປັນທາງການ ເຊິ່ງເປັນການຢ້ຽມຢາມຕ່າງປະເທດຄັ້ງທໍາອິດ ພາຍຫຼັງໄດ້ຮັບເລືອກຕັ້ງເປັນປະທານສະພາແຫ່ງຊາດລາວ ຊຸດທີ X.

May be an image of one or more people and text May be an image of one or more people and text

ໃນພິທີພົບປະ, ສະຫາຍປະທານສະພາແຫ່ງຊາດລາວ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສົມກຽດ, ພ້ອມທັງສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນໃຫຍ່ຫຼວງຂອງຫວຽດນາມ ພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ ເຊິ່ງມີສະຫາຍເລຂາທິການໃຫຍ່ ໂຕ ເລິມ ເປັນຜູ້ນໍາໜ້າ ໂດຍເສດຖະກິດໃນ 9 ເດືອນຕົ້ນປີ 2026 ສາມາດຂະຫຍາຍຕົວສູງເຖິງ 9.01%; ພ້ອມດຽວກັນນີ້, ໄດ້ແຈ້ງສະພາບການພົ້ນເດັ່ນຂອງ ສປປລາວ ໂດຍເນັ້ນໃຫ້ເຫັນວ່າ ເຖິງຈະມີສິ່ງທ້າທາຍຈາກຜົນກະທົບທົ່ວໂລກ, ແຕ່ ສປປລາວ ຍັງຄົງຮັກສາສະຖຽນລະພາບທາງດ້ານການເມືອງ, ເສດຖະກິດ 9 ເດືອນຕົ້ນປີ 2026 ເຕີບໂຕ 4.8% ພ້ອມທັງໄດ້ລົງເລິກການປັບປຸງກົງຈັກການຈັດຕັ້ງທັງສູນກາງ ແລະ ທ້ອງຖິ່ນ ໃຫ້ກະທັດຮັດ ແລະ ມີປະສິດທິພາບສູງຂຶ້ນ. ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ລາວ-ຫວຽດນາມ ທີ່ນັບມື້ເຂົ້າສູ່ລວງເລິກ; ພ້ອມທັງທົບທວນການຮ່ວມມືຂອງສອງສະພາແຫ່ງຊາດໃນໄລຍະຜ່ານມາ ເປັນຕົ້ນແມ່ນການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ການສ້າງປຶ້ມປະຫວັດສາດ “50 ປີ ແຫ່ງການພົວພັນລະຫວ່າງສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ” ແລະ ການສະໜັບສະໜູນເຊິ່ງກັນແລະກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ.

No photo description available. May be an image of flower and dais

ເພື່ອສືບຕໍ່ຊຸກຍູ້ການຮ່ວມມືໃຫ້ເປັນຮູບປະທຳຍິ່ງຂຶ້ນ, ສະຫາຍປະທານສະພາແຫ່ງຊາດລາວ ໄດ້ສະເໜີເນື້ອໃນສຳຄັນສຳລັບທິດທາງການຮ່ວມມືໃນຕໍ່ໜ້າ ດັ່ງນີ້: ສືບຕໍ່ສົ່ງເສີມການພົບປະແລກປ່ຽນລະຫວ່າງສະພາປະຊາຊົນຂັ້ນແຂວງທີ່ມີຊາຍແດນຕິດຈອດກັນ ແລະ ຄົ້ນຄວ້າປັບປຸງບົດບັນທຶກການຮ່ວມມື (MOU) ລະຫວ່າງສອງສະພາແຫ່ງຊາດ ທີ່ຈະສິ້ນສຸດລົງໃນປີ 2027; ກະກຽມສະເຫຼີມສະຫຼອງປີສາມັກຄີມິດຕະພາບ 2027 ວາງແຜນຈັດກິດຈະກຳຮ່ວມກັນ ເພື່ອສະເຫຼີມສະຫຼອງ 65 ປີ ວັນສ້າງຕັ້ງສາຍພົວພັນການທູດ ແລະ 50 ປີ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ; ​ການຕິດຕາມກວດກາໂຄງການຍຸດທະສາດ, ສະເໜີໃຫ້ສອງສະພາແຫ່ງຊາດ ຕິດຕາມກວດກາ ແລະ ຊຸກຍູ້ໂຄງການເຊື່ອມຕໍ່ພື້ນຖານໂຄງລ່າງ ເຊັ່ນ: ເສັ້ນທາງດ່ວນ ວຽງຈັນ-ຮ່າໂນ້ຍ, ເສັ້ນທາງລົດໄຟ ວຽງຈັນ-ທ່າແຂກ-ຫວຸງອາງ ແລະ ທ່າເຮືອຫວຸງອາງ ໃຫ້ປີ 2027 ເປັນປີແຫ່ງການຕິດຕາມກວດກາການຈັດຕັ້ງປະຕິບັດໂຄງການເຊື່ອມຕໍ່ພື້ນຖານໂຄງລ່າງດ້ານການຄົມມະນາຄົມ; ການສະໜັບສະໜູນບົດຮຽນຈາກຝ່າຍຫວຽດນາມ ກ່ຽວກັບການຄຸ້ມຄອງວຽກງານທ້ອງຖິ່ນ, ການນຳໃຊ້ປັນຍາປະດິດ (AI) ເຂົ້າໃນວຽກງານກົດໝາຍ ແລະ ການຫັນເປັນດິຈິຕອນຂອງສະພາແຫ່ງຊາດ.

May be an image of text May be an image of dais and text

​ໂອກາດດຽວກັນນີ້, ສະຫາຍປະທານສະພາແຫ່ງຊາດລາວ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຊ່ວຍເຫຼືອອັນລໍ້າຄ່າຈາກພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ມີມາໂດຍຕະຫຼອດ, ພ້ອມທັງເຊື້ອເຊີນສະຫາຍ ເຈິ່ນ ແທັງ ເໝິ້ນ ພ້ອມດ້ວຍຄະນະ ໄປຢ້ຽມຢາມ ສປປລາວ ຢ່າງເປັນທາງການ ໃນເວລາທີ່ເໝາະສົມ.

May be an image of one or more people and text