ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພົບປະສອງຝ່າຍ ລະຫວ່າງຫ້ອງວ່າການສູນກາງພັກ ລາວ-ຫວຽດນາມ

Dec 10, 2024

ພິທີພົບປະສອງຝ່າຍ ລະຫວ່າງ ຫ້ອງວ່າການສູນກາງພັກ ປະຊາຊົນ ປະຕິວັດລາວ ແລະ ຫ້ອງ ວ່າການສູນກາງພັກ ກອມມູນິດຫວຽດນາມ ຈັດຂຶ້ນໃນວັນທີ 10 ທັນວາ 2024 ນີ້, ຄະນະຝ່າຍລາວ ນຳໂດຍ ສະຫາຍ ທອງສະລິດ ມັງໜໍ່ເມກ ເລຂາ ທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ ພ້ອມຄະນະ ແລະ ຝ່າຍຫວຽດນາມ ນຳໂດຍ ສະຫາຍ ຫງວຽນ ຢິວ ຫງັອກ ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ.
ສອງຝ່າຍໄດ້ພ້ອມກັນທົບທວນຄືນຂໍ້ຕົກລົງຮ່ວມມື ໃນໄລຍະ 2021-2025, ພ້ອມທັງແຈ້ງສະພາບລວມວຽກງານຂອງຕົນ ແລະ ຕີລາຄາການຈັດຕັ້ງປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງ ສອງຫ້ອງວ່າການສູນກາງພັກ ໃນໄລຍະ 1 ປີຜ່ານມາ ແລະ ວາງທິດທາງຮ່ວມມືໃນຕໍ່ໜ້າ. ພ້ອມນີ້, ຍັງໄດ້ປຶກສາຫາລືການສືບຕໍ່ຮຽບຮຽງປຶ້ມມູນເຊື້ອການພົວພັນຮ່ວມມື ລະຫວ່າງສອງຫ້ອງວ່າການສູນກາງພັກ ລາວ-ຫວຽດ ນາມ ແລະ ໄດ້ຮ່ວມກັນແລກປ່ຽນ, ຖອດຖອນບົດຮຽນ ກ່ຽວກັບວຽກງານການເປັນເສນາທິການ ໃຫ້ແກ່ຄະນະບໍລິຫານງານສູນກາງພັກ, ກົມການເມືອງສູນກາງພັກ ແລະ ຄະນະເລຂາທິການສູນກາງພັກ.
ໃນໂອກາດດຽວກັນ, ສອງຫ້ອງວ່າການສູນກາງພັກ ລາວ-ຫວຽດນາມ ຍັງໄດ້ຮ່ວມພິທີມອບຮັບ ປື້ມກິດຈະກຳ ຂໍ່ານັບຮັບຕ້ອນປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ 2022 ຂອງສອງ ຫ້ອງວ່າການສູນກາງພັກ. ພ້ອມທັງ ໄດ້ປະດັບຫລຽນໄຊ, ຫລຽນກາ ແລະ ໃບຍ້ອງຍໍ ໃຫ້ບັນດາກົມກອງ, ພະນັກງານຫ້ອງວ່າການສູນກາງພັກ ປະຊາຊົນ ປະຕິວັດລາວ ຜູ້ທີ່ມີຜົນງານ, ຄຸນງາມຄວາມດີ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແມ່ນສອງຫ້ອງວ່າການສູນກາງພັກ ປະຊາຊົນ ປະຕິວັດລາວ ແລະ ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ໃນໄລຍະຜ່ານມາ.
ໃນນັ້ນ, ໄດ້ປະດັບຫລຽນໄຊມິດຕະພາບ ໃຫ້ກົມກອງ ລວມໝູ່ ທັງ ໝົດ 4 ກົມ ຄື: ກົມບໍລິຫານ, ກົມຄົ້ນຄວ້າ-ສັງລວມ, ກົມເລຂານຸການ-ການນໍາ ແລະ ກົມຂໍ້ມູນຂ່າວສານ-ສຳເນົາເອກະສານຂອງພັກ.
ພ້ອມນີ້, ຍັງໄດ້ປະດັບຫລຽນໃຫ້ບຸກຄົນ ຄື: ປະດັບຫລຽນໄຊເອກະລາດຊັ້ນ III ໃຫ້ 3 ທ່ານ, ຫລຽນໄຊມິດຕະພາບ 3 ທ່ານ, ຫລຽນກາມິດຕະພາບ 8 ທ່ານ ແລະ ມອບໃບຍ້ອງຍໍ ຂອງຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ໃຫ້ 7 ທ່ານ.