ສູນກາງແນວລາວສ້າງຊາດ ຈັດກອງປະຊຸມພົບປະແລກປ່ຽນວຽກງານການຈັດຕັ້ງສັງຄົມ ໃນວັນທີ 28 ເມສາ 2025 ໂດຍການເປັນປະທານຂອງ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ມີຮອງປະທານສູນກາງແນວລາວສ້າງຊາດ, ຮອງລັດຖະມົນຕີຈາກກະຊວງ-ອົງການ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ ເພື່ອຕີລາຄາຄືນຄວາມຮັບຮູ້, ເຂົ້າໃຈຕໍ່ພາລະບົດບາດ ແລະ ມີຄວາມເປັນເອກະພາບ ລະຫວ່າງ ສູນການແນວລາວສ້າງຊາດ ກັບກະຊວງ-ອົງການຕ່າງໆ ທີ່ກ່ຽວຂ້ອງ ກ່ຽວກັບໜ້າທີ່ຄວາມຮັບຜິດຊອບຂອງບັນດາກະຊວງ-ອົງການ ຕໍ່ກັບການເຄື່ອນໄຫວຂອງບັນດາອົງການຈັດຕັ້ງສັງຄົມ, ພ້ອມທັງຈັດຕັ້ງປະຕິບັດນຳພາ, ຄຸ້ມຄອງ, ຊ່ວຍເຫລືອ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ອົງການຈັດຕັ້ງສັງຄົມໄດ້ມີການເຄື່ອນໄຫວທີ່ແຂງແຮງ, ມີບັນຍາກາດຟົດຟື້ນ ໄດ້ຕາມຈຸດປະສົງ ແລະ ຖືກຕາມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍ ຂອງລັດ.
ໃນກອງປະຊຸມ, ໄດ້ຮັບຟັງການຜ່ານຮ່າງບົດສະຫລຸບຕີລາຄາຄືນກ່ຽວກັບວຽກງານການຈັດຕັ້ງສັງຄົມ ໃນໄລຍະຜ່ານມາ ແລະ ທິດທາງແຜນການວຽກງານຈຸດສຸມ ໃນຕໍ່ໜ້າ ເຊິ່ງໄດ້ຍົກໃຫ້ເຫັນວ່າ: ຢູ່ ສປປ ລາວ ມີອົງການຈັດຕັ້ງສັງຄົມ ທີ່ມີຊື່ເອີ້ນແຕກຕ່າງກັນຕາມແຕ່ລະຂະແໜງການວິຊາຊີບ ລວມທັງໝົດ 301 ອົງການ. ໃນນັ້ນ, ສະມາຄົມ 240 ອົງການ, ມູນນິທິ 61 ອົງການ ແລະ ໄດ້ເຄື່ອນໄຫວຕາມດຳລັດ 238/ລບ ລົງວັນທີ 11 ສິງຫາ 2017 ວ່າດ້ວຍສະມາຄົມ ໂດຍລັດຖະບານເປັນຜູ້ຄຸ້ມຄອງລວມສູນໃນຂອບເຂດທົ່ວປະເທດ ແລະ ແນວລາວສ້າງຊາດ ໄດ້ມີສ່ວນຮ່ວມນຳກັນແຕ່ສູນກາງລົງຮອດທ້ອງຖິ່ນ.
ພ້ອມກັນນີ້, ຜູ້ເຂົ້າຮ່ວມໄດ້ມີການປະກອບຄຳຄິດເຫັນແລກປ່ຽນ ຕໍ່ກັບວຽກງານດັ່ງກ່າວຢ່າງກົງໄປກົງມາ ຕື່ມອີກ. ຈາກນັ້ນ, ກອງປະຊຸມ ຍັງໄດ້ຮັບຟັງຄໍາເຫັນຊີ້ນໍາຈາກທ່ານປະທານສູນກາງແນວລາວສ້າງຊາດ.
ຂ່າວ-ພາບ: ເຢ້





