ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພົບປະແລກປ່ຽນວຽກງານການທູດເສດຖະກິດ ລາວ-ຫວຽດນາມ ປະຈຳປີ 2025

Dec 20, 2025

ໃນວັນທີ 18-19 ທັນວາ 2025, ທີ່ນະຄອນຫຼວງຮ່າໂນ້ຍ, ສສ. ຫວຽດນາມ. ໃນໂອກາດຕິດຕາມທ່ານລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ ຄັ້ງທີ 12. ທ່ານ ສົມບູນ ສີຫານາດ, ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ຈາກກົມເສດຖະກິດ ແລະ ກົມກ່ຽວຂ້ອງພາຍໃນກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມພົບປະເຮັດວຽກດ້ານວິຊາການ ແລະ ແລກປ່ຽນບົດຮຽນກ່ຽວກັບວຽກງານການທູດເສດຖະກິດ ລວມທັງ ກອງປະຊຸມສຳມະນາກ່ຽວກັບວຽກງານການພັດທະນາເສດຖະກິດດີຈິຕອນ ຮ່ວມກັບ ທ່ານ ນາງ ເຈິ່ນ ບາວ ຫງ໋ອກ (Tran Bao Ngoc), ຫົວໜ້າກົມການທູດເສດຖະກິດ ແລະ ກົມກ່ຽວຂ້ອງກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ. ການພົບປະເຮັດວຽກ ແລະ ແລກປ່ຽນບົດຮຽນຄັ້ງນີ້ ເປັນກິດຈະກຳໜຶ່ງທີ່ຈັດຕັ້ງປະຕິບັດຕາມບົດບັນທຶກຄວາມເຂົ້າໃຈ (MoU) ວ່າດ້ວຍ ກົນໄກການປຶກສາຫາລືວຽກງານການທູດເສດຖະກິດ ລະຫວ່າງ ສອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສສ. ຫວຽດນາມ.


ຈຸດປະສົງຂອງກອງປະຊຸມດັ່ງກ່າວ ແມ່ນລົງເລິກປຶກສາຫາລື ແລະ ແລກປ່ຽນບົດຮຽນດ້ານວິຊາການຂອງສອງກົມ ແລະ ວຽກງານການທູດເສດຖະກິດ ລະຫວ່າງສອງປະເທດ ລາວ-ຫວຽດນາມ ໂດຍສະເພາະແມ່ນ ຕີລາຄາຄືນຕໍ່ກັບສະພາບການຈັດຕັ້ງຜັນຂະຫຍາຍສອງນິຕິກຳ ທີ່ທັງສອງຝ່າຍໄດ້ລົງນາມຮ່ວມກັນໃນໄລຍະຜ່ານມາຄື: 1). ບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍ ການສ້າງກົນໄກການປຶກສາຫາລືວຽກງານການທູດເສດຖະກິດ ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ແຫ່ງ ສສ.ຫວຽດນາມ 2023-2025 ແລະ 2). ແຜນການປະຕິບັດງານການຮ່ວມມືດ້ານການທູດເສດຖະກິດ 2020-2025 ແລະ ປຶກສາຫາລືແຜນການຮ່ວມມືໃນຕໍ່ໜ້າ. ພ້ອມດຽວກັນນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຂໍ້ມູນ ແລະ ທັດສະນະກ່ຽວກັບສະພາບການພົ້ນເດັ່ນຂອງເສດຖະກິດພາກພື້ນ ແລະ ສາກົນ ແລະ ບັນຫາສໍາຄັນອື່ນໆ, ພ້ອມທັງ ປຶກສາຫາລືແລກປ່ຽນບົດຮຽນກ່ຽວກັບສະພາບການພັດທະນາເສດຖະກິດດີຈີຕອນ ຢູ່ ສສ. ຫວຽດນາມ ໂດຍສະເພາະ ການຫັນເປັນດີຈິຕອນໃນພາກລັດຖະບານ, ພາກທຸລະກິດ ແລະ ອື່ນໆ ລວມເຖິງ ການປຶກສາຫາລືຮ່ວມກັນ ຕໍ່ແນວທາງນໍາໃຊ້ລະບົບດີຈິຕອນເຂົ້າຊ່ວຍໃນວຽກງານການທູດເສດຖະກິດ ຂອງ ສອງກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມໃນອະນາຄົດ. ນອກຈາກນີ້, ກອງປະຊຸມຍັງໄດ້ເອົາໃຈໃສ່ເຫນັ້ນຫນັກໃສ່ການແລກປ່ຽນບົດຮຽນຮ່ວມກັນໃນ 2 ຫົວຂໍ້ໃຫຍ່ ຄື:  1). ແລກປ່ຽນປະສົບການໃນການຈັດຕັ້ງປະຕິບັດວຽກງານການທູດເສດຖະກິດຂອງ ສປປ ລາວ ແລະ ສສ. ຫວຽດນາມ ລວມທັງຕີລາຄາ ແລະ ທົບທວນຄືນ ສະພາບການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ (MoU) ວ່າດ້ວຍການຮ່ວມມືດ້ານວຽກງານການທູດເສດຖະກິດຂອງສອງກະຊວງການຕ່າງປະເທດໃນໄລຍະຜ່ານມາ; ແລະ 2). ແລກປ່ຽນປະສົບການກ່ຽວກັບວຽກງານການພັດທະນາເສດຖະກິດດິຈິຕອນ ຂອງ ສປປ ລາວ ແລະ ສສ. ຫວຽດນາມ ໃນໄລຍະຜ່ານມາ. ພ້ອມນີ້, ຄະນະຜູ້ແທນຈາກ ສປປ ລາວ ຍັງໄດ້ເດີນທາງໄປທັດສະນະສຶກສາ ແລະ ຢ້ຽມຊົມເຂດການພັດທະນາອຸດສາຫະກໍາ ທີ່ ແຂວງຫາຍຟອງ, ສສ. ຫວຽດນາມ.


ໃນໂອກາດດັ່ງກ່າວ, ທ່ານ ສົມບູນ ສີຫານາດ, ຫົວໜ້າກົມເສດຖະກິດ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ເລ ແອງ ຕ໋ວນ (Le Anh Tuan), ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ ເພື່ອລາຍງານຜົນຂອງກອງປະຊຸມດັ່ງກ່າວ ແລະ ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ການສະໜັບສະໜູນ ຂອງ ສສ. ຫວຽດນາມ ທີ່ມີຕໍ່ ສປປ ລາວ ຕະຫລອດມາ ແລະ ຫວັງວ່າການເຮັດວຽກຮ່ວມກັນ ລະຫວ່າງ ສອງກົມກ່ຽວຂ້ອງຂອງກະຊວງການຕ່າງປະເທດ ລາວ-ຫວຽດນາມໃນຄັ້ງນີ້ ຈະໄດ້ຮັບໝາກຜົນ ແລະ ປະສົບຜົນສຳເລັດຕາມເປົ້າໝາຍທີ່ວາງໄວ້.

ຂ່າວ: ພະແນກສົ່ງເສີມການທູດເສດຖະກິດ, ກົມເສດຖະກິດ, ກະຊວງການຕ່າງປະເທດ.