ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພົບພະພຸດທະຮູບເກົ່າແກ່ທີ່ເມືອງຕົ້ນເຜິ້ງ

Mar 18, 2024

ວັນທີ 16 ມີນາ 2024 ນີ້, ພະເຖຣານຸເຖຣະ, ອົງການປົກ ຄອງບ້ານ, ເຖົ້າແກ່ແນວໂຮມ ແລະ ພໍ່ແມ່ປະຊາຊົນບ້ານໃຫຍ່ຕົ້ນເຜິ້ງ, ເມືອເຜິ້ງ ແຂວງບໍ່ແກ້ວ ຈັດພິທີສົມມາຄາລະວະຄອບໄຂວ່ ມະເຫສັກ ເຈົ້າຖິ່ນເຈົ້າຖານ ເພື່ອດຳເນີນການຂຸດຄົ້ນເອົາວັດຖຸຮານຢູ່ເຂດຫາດແມ່ນໍ້າຂອງຕໍ່ໜ້າດອນເຜິ້ງຄຳ ເນື່ອງຈາກໃນ ວັນທີ 11 ມີນາ ຜ່ານມາ, ວັດທອງທິບບ້ານໃຫຍ່ຕົ້ນເຜິ້ງ ໄດ້ພົບສຽນພະພຸດທະຮູບ ແລະ ພະພຸດທະຮູບອົງນ້ອຍທີ່ບໍ່ມີສຽນ ໃນຂະນະທີ່ນາຍຊ່າງພວມປັບຫີນແຮ່ ເພື່ອປູເສັ້ນທາງເປຕົງຂອງວັດ, ສຽນພະພຸດທະຮູບດັ່ງກ່າວແມ່ນຕິດມາໃນກອງແຮ່ຊາຍທີ່ບໍລິສັດຂົນສົ່ງແຫ່ຊາຍນໍາໄປຖອກໃຫ້ທາງວັດ.
ໃນການຂຸດຄົ້ນຄັ້ງນີ້, ປະຊາຊົນບ້ານໃຫຍ່ຕົ້ນເຜິ້ງ ໄດ້ໃຊ້ຈັກສູບນໍ້າອອກຈາກຄູກັ້ນນໍ້າ ເພື່ອສະດວກໃນຂຸດຄົ້ນ, ໃນລະຫວ່າງທີ່ພວມສູບນໍ້າ ແລະ ກວດກາເບິ່ງພື້ນທີ່ເບື້ອງຕົ້ນ ເພື່ອລໍຖ້າວິ ຊາການຂຸດຄົ້ນຢູ່ນັ້ນ ປະຊາຊົນໄດ້ລົງງົມຫາອົງພະຢູ່ຈຸດທີ່ມີເສດເສົາວິຫານເກົ່າ ແລະ ພົບເຫັນຢູ່ຈຸດດັ່ງກ່າວ ໂດຍປະຊາຊົນໄດ້ຊ່ວຍກັນຍົກຂຶ້ນມາຈາກນໍ້າ ເຊິ່ງພະພຸດທະຮູບອົງດັ່ງກ່າວ, ແມ່ນພະພຸດທະຮູບປາງມາຣະວິໄຊ, ບໍ່ມີເກດໂມລີ, ຂະໜາດລວງສູງລວມ 1,16 ແມັດ, ລວມສູງສະເພາະອົງພະສູງ 80 ຊັງຕີແມັດ, ບ່າໄຫລ່ກວ້າງ 56 ຊັງຕີແມັດ, ໜ້າຕັກກວ້າງ 88 ຊັງຕີແມັດ, ຖ້ານຮອງນັ່ງສູງ 6, 5 ຊັງຕີແມັດ, ກວ້າງ 86 ຊັງຕີແມັດ.
ຈາກນັ້ນ, ກໍໄດ້ສືບຕໍ່ຂຸດຄົ້ນ ແລະ ພົບພະພຸດທະຮູບເກົ່າແກ່ອົງອື່ນໆ ເຊິ່ງນໍາໄປປະດິດສະຖານໄວ້ທີ່ວັດທອງທິບ ພັດທະນາຣາມ ບ້າຍໃຫຍ່ຕົ້ນເຜິ້ງ ແລະ ໃນວັນທີ 17 ມີນາ ນີ້, ແມ່ນໄດ້ສືບຕໍ່ສູບນໍ້າອອກຈາກຄູກັ້ນນໍ້າ ແລະ ດຳເນີນການຂຸດຄົ້ນຕໍ່ໄປ.
ຂ່າວ-ພາບ: ອຸໄທ ພູມມາ
Có thể là hình ảnh về 5 người và đền thờ
Có thể là hình ảnh về 10 người và đền thờ