ທາງການໄທ ໄດ້ຕັດສາຍເຄເບີນອິນເຕີແນັດ (Internet Cable) ທີ່ຜິດກົດໝາຍ ທີ່ພົບເຫັນ ຍາວປະມານ 5 ກິໂລແມັດ ຢູ່ຂົວ ມິດຕະພາບ ໄທ-ລາວ ແຫ່ງທີ 2 ທີ່ເຊື່ອມຕໍ່ ແຂວງ ມຸກດາຫານ ມາແຂວງສະຫວັນນະເຂດ ໃນລາວ ເຊື່ອວ່າເປັນສາຍອິນເຕີເນັດສຳລັບໃຊ້ໃນການກໍ່ອາດສະຍາກຳທາງອິນເຕີເນັດ.
ຕາມການລາຍງານຂອງ ໜັງສືພີມ ບາງກອກ ໂພສ, ເຈົ້າໜ້າ ທີ່ ຄະນະກຳມະການ ກິດຈະການ ຂະຫຍາຍສຽງ ກິດຈະການ ໂທ ລະທັດ ແລະ ການຄົມມະນາຄົມແຫ່ງຊາດໄທ (ກສທຊ) ໃຫ້ຮູ້ວ່າ: ສາຍເຄເບີນ ດັ່ງກ່າວ ເຊື່ອວ່າແມ່ນເພື່ອຮັບໃຊ້ກຸ່ມສໍ້ໂກງທາງອິນເຕີເນັດ ຫຼື Call Center ທີ່ ເຄື່ອນໄຫວ ຢູ່ລາວ, ຫຼອກລວງຜູ້ຊົມໃຊ້ໃຫ້ເຊື່ອວ່າ ເຂົາເຈົ້າພົວພັນກັບທຸລະກິດຢູ່ໃນໄທ.
ພົນເອກ ນັດທະພອນ ເພາະສຸນທອນ ເຈົ້າໜ້າທີ່ ກສທຊ ກ່າວ່າ: ນີ້ເຮັດໃຫ້ແກ້ງ Call Center ທີ່ດໍາເນີນງານຢູ່ໃນລາວເພື່ອຫຼອກລວງຄົນໃນໄທ ເຊື່ອວ່າພວກເຂົາຢູ່ໃນປະເທດໄທແທ້.
ທ່ານ ນັດທະພອນ ກ່າວອີກວ່າ: ການເຊື່ອມຕໍ່ອິນເຕີເນັດໄດ້ໄປເຖິງເຂດທຸລະກິດຂະໜາດໃຫຍ່ ແລະ ສາມາດຕອບສະໜອງຜູ້ຊົມໃຊ້ປະມານ 10,000 ໃນເວລາດຽວກັນ,”
ສາຍເຄເບີ້ນດັ່ງກ່າວໄດ້ຖືກຕິດຕັ້ງໂດຍບໍລິສັດທີ່ NBTC ໄດ້ຮັບອະນຸຍາດໃຫ້ບໍລິການໂທລະຄົມໃນປະເທດໄທເທົ່ານັ້ນ. ແຕ່ແນວໃດກໍດີ, ຄະນະກຳມະການບໍ່ໄດ້ບອກຊື່ຜູ້ໃຫ້ບໍລິການໂທລະຄົມທີ່ກ່ຽວຂ້ອງ.
ທີ່ມາ: ວຽງຈັນທາຍ



