ພົຈວ ວັນທອນ ສຸລິສັກ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງ ປກສ ລາຍງານຕໍ່ກອງປະຊຸມປະເມີນຜົນການແກ້ໄຂການສໍ້ໂກງທາງໂທລະຄົມ (Call Center ) ໄດ້ຈັດຂື້ນໃນວັນທີ 7 ມັງກອນ 2025 ທີເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ວ່າ: ໃນໄລຍະ 2022-2024 ວ່າ: ການແກ້ໄຂບັນຫາການເຄື່ອນໄຫວສໍ້ໂກງທາງໂທລະຄົມ (Call center) ຢູ່ເຂດເສດ ຖະກິດພິເສດ ສາມຫຼ່ຽມຄໍາ ໃນໄລຍະຜ່ານມາ ໄດ້ພົບເຫັນການເຄື່ອນໄຫວຕອບແຊັດ ຫຼື ການສໍ້ໂກງທາງໂທລະຄົມຈໍານວນ 306 ຫົວໜ່ວຍ, ມີແຮງງານທັງໝົດ 15.970 ຄົນ, ໃນນີ້ ຄົນລາວ 6.120 ຄົນ ແລະ ຕ່າງປະເທດ 9.868 ຄົນ.
ຜ່ານການຈັດຕັ້ງປະຕິບັດແກ້ໄຂຕົວຈິງ 2 ປີກ່ວາ ສາມາດລົບລ້າງໄດ້ 63 ຫົວ ໜ່ວຍ ກວມ 20,5 %; ໄດ້ຫຍຸບ ຫຼື ສະຫຼາຍຕົວເອງ 46 ຫົວໜ່ວຍ ກວມ 15 % ແລະ ຫັນປ່ຽນສູ່ການເຄື່ອນໄຫວເກມອອນລາຍທີ່ມີການອະນຸມັດທັງຫົວໜ່ວຍໃຫຍ່ ແລະ ສາຂາຈໍານວນ 160 ຫົວໜ່ວຍ ກວມ 52,2 %, ຍັງສືບຕໍ່ກວດກາແກ້ໄຂຈໍານວນ 37 ຫົວໜ່ວຍ, ກວມເອົາ 12 %, ສະຫຼຸບໄດ້ວ່າ ໄດ້ກວດກາແກ້ໄຂສໍາເລັດຕົວຈິງມີ 88%. ສໍາລັບທາງດ້ານແຮງງານ ໄດ້ກັກຕົວສົ່ງໃຫ້ເຈົ້າໜ້າທີ່ຕໍາຫຼວດ ສປ ຈີນ ທັງໝົດມີຈໍານວນ 9 ຄັ້ງ ລວມມີ 1.394 ຄົນ ຍິງ 73 ຄົນ, ພ້ອມຂອງກາງເປັນໂທລະຊັບມືຖື 5.430 ໜ່ວຍ, ຄອມຕັ້ງໂຕະ 1.368 ຊຸດ, ໂນດບຸກ 92 ໜ່ວຍ, ໄອແພັກ 2 ໜ່ວຍ, ຫົວແຈກວາຍໄຟ 14 ອັນ, USB 16 ອັນ.
ໃນນີ້, ໄດ້ສົ່ງຕົວເປົ້າໝາຍໃຫ້ເຈົ້າໜ້າທີ່ຕໍາຫຼວດ ສສ ຫວຽດນາມ ຈໍານວນ 2 ຄັ້ງ ລວມມີ 159 ຄົນ ຍິງ 26 ຄົນ, ພ້ອມຂອງກາງເປັນໂທລະຊັບມືຖື 298 ໜ່ວຍ, ຄອມຕັ້ງໂຕະ 20 ໜ່ວຍ ແລະ ໄດ້ສົ່ງຕົວແຮງງານສັນຊາດອື່ນໆກັບຄືນປະເທດໄດ້ທັງໝົດທັງໝົດ 9 ຄັ້ງ ລວມ 138 ຄົນ, ຍິງ 131 ຄົນ, ໄດ້ຢຶດຂອງກາງເປັນຄອມພິວເຕີຕັ້ງໂຕະ 83 ຊຸດ, ໂນດບຸກ 2 ເຄື່ອງ, ມືຖື 6 ເຄື່ອງ, ເຄື່ອງຮັບສັນຍານດາວທຽມ 2 ຊຸດ ແລະ ສາຍສາກມືຖືຈໍານວນໜຶ່ງ.



