ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພົບເຫັນລະເບີດ 9 ໜ່ວຍ ຂະໜາດ 500 ປອນ ແລະ 250 ປອນ ຢູ່ແຄມນໍ້າເຊກອງ

Mar 5, 2026

ໂຄງການເກັບກູ້ລະເບີດ ແຫ່ງຊາດ ລາຍງານວັນທີ 4 ມີນາ 2026 ໄດ້ຮັບແຈ້ງຈາກປະຊາຊົນ ວ່າ ພົບເຫັນລະເບີດໃຫຍ່ 9 ໜ່ວຍ ຢູ່ແຄມແມ່ນໍ້າເຊກອງ ເຂດບ້ານບາກ ແລະ ບ້ານກຣຸງຕາສິງ, ເມືອງ ກະລຶມ ແຂວງເຊກອງ ເນື່ອງຈາກນໍ້າບົກແຫ້ງ ແລະ ມີການເຊາະເຈື່ອນຂອງຕາຝັ່ງ.
ຜ່ານການລົງເຄື່ອນໄຫວ ພິສູດ ທາງດ້ານວິຊາການ ຈຶ່ງຮູ້ວ່າ ລະເບີດໃຫຍ່ຈຳນວນ 9 ໜ່ວຍ ແມ່ນ ປະເພດ MK82 ນໍ້າໜັກ 500 ປອນ (226.7 ກິໂລກຣາມ) ຈໍານວນ 7 ໜ່ວຍ ແລະ ປະເພດ MK81 ນໍ້າໜັກ 250 ປອນ (113.3 ກິໂລກຣາມ) ຈໍານວນ 2 ໜ່ວຍ.
ປັດຈຸບັນ, ທີມງານພາກສະໜາມ ໄດ້ນຳໃຊ້ເຮືອໃນການເດີນທາງຂົນຍ້າຍລະເບີດ ເພື່ອນຳໄປທຳລາຍຢູ່ຈຸດທີ່ປອດໄພຕາມຂັ້ນຕອນທາງດ້ານວິຊາການ ເຊິ່ງຈະເລີ່ມດຳເນີນການນັບແຕ່ວັນທີ 5 – 9 ມີນາ 2026 ຈຶ່ງຈະສຳເລັດ.
No photo description available. May be an image of boat No photo description available.
May be an image of boat
ທີ່ມາ: ໂຄງການເກັບກູ້ລະເບີດ ແຫ່ງຊາດ