ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພຽງ 3 ເດືອນແຂວງວຽງຈັນ ດຶງດູດນັກທ່ອງທ່ຽວໄດ້ 9 ແສນກວ່າຄົນ

Apr 5, 2025

ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ນັບແຕ່ເດືອນ ມັງກອນ ຫາ ເດືອນ ມີນາ 2025 ແຂວງວຽງຈັນ ສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໄດ້ 902.057 ເທື່ອຄົນ ໃນນີ້, ນັກທ່ອງທ່ຽວພາຍໃນ 416.232 ເທື່ອຄົນ, ນັກທ່ອງທ່ຽວຕ່າງປະເທດ 485.825 ເທື່ອຄົນ, ຈຸດທ່ອງທ່ຽວທີ່ເດັ່ນປະກອບມີອ່າງນ້ຳງື່ມ 1 ເມືອງແກ້ວອຸດົມ, ວັງວຽງ ແລະ ເມືອງເຟືອງສາມາດສ້າງລາຍຮັບທົ່ວສັງຄົມ ສະເລ່ຍ 754 ຕື້ກວ່າກີບ, ສິ່ງທີ່ໂດດເດັ່ນ ແລະ ນິຍົມຂອງນັກທ່ອງທ່ຽວແມ່ນກິດຈະກຳລອງເຮືອຕາມລຳແມ່ນ້ຳຊອງ, ຂີ່ສະລິງ, ບອນລູນ, ພາລາມໍເຕີ ທີ່ເມືອງວັງວຽງ, ເຮືອນແພນ້ຳລີກ ເມືອງເຟືອງ ແລະ ອ່າງນ້ຳງື່ມ 1 ເມືອງແກ້ວອຸດົມ.
ທ່ານ ແສງແກ້ວ ສູນທະວົງສາ ຮອງຫົວໜ້າພະແນກ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງວຽງຈັນ, ຜູ້ຊີ້ນຳວຽກງານທ່ອງທ່ຽວແຂວງວຽງຈັນ ໄດ້ໃຫ້ສຳພາດໃນວັນທີ 4 ເມສາ 2025 ນີ້ວ່າ: ໃນໄລຍະຜ່ານມາ, ຄະນະພັກ ຄະນະນຳຂອງ ພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງວຽງຈັນ ໄດ້ເອົາໃຈໃສ່ເປັນເຈົ້າການໃນການປະສານສົມທົບກັບບັນດາຂະແໜງການທີ່ກ່ຽວຂ້ອງທັງພາກລັດ ແລະ ພາກທຸລະກິດຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ຢ່າງຕັ້ງໜ້າໃນການຊຸກຍູ້ສົ່ງເສີມ ແລະ ແກ້ໄຂບັນດາສິ່ງອັດຕັນທີ່ເປັນອຸປະສັກຕໍ່ວຽກງານພັດທະນາການທ່ອງທ່ຽວ ແລະ ພ້ອມກັນກໍານົດບັນດາກິດຈະກໍາທ່ອງທ່ຽວຕ່າງໆ ໃຫ້ມີຄວາມຫລາກຫລາຍ ເພື່ອໂຄສະນາດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວຊົມ ແຂວງວຽງຈັນໃຫ້ຫໍາຍຂຶ້ນ. ປັດຈຸບັນ ທົ່ວແຂວງວຽງຈັນ ມີຫົວໜ່ວຍທຸລະກິດທ່ອງທ່ຽວທີ່ໄດ້ຮັບການອອກອະນຸຍາດດໍາເນີນທຸລະກິດຖືກຕ້ອງຕາມລະບຽບກົດໝາຍ 1.053 ຫົວໜ່ວຍ ປະກອບມີ: ໂຮງແຮມ 61 ແຫ່ງ ມີ 2.129 ຫ້ອງ, ຣີສອດ 37 ແຫ່ງ ມີ 1.206 ຫ້ອງ, ເຮືອນພັກ 327 ແຫ່ງ ມີ 4.838 ຫ້ອງ, ຮ້ານອາຫານ, ຮ້ານກິນດື່ມ ບັນເທີງ 369 ຮ້ານ, ບໍລິສັດທ່ອງທ່ຽວ 39 ບໍລິສັດ ແລະ 3 ສາຂາ, ໜ່ວຍບໍລິການທ່ອງທ່ຽວ 71 ໜ່ວຍ, ແຫລ່ງທ່ອງທ່ຽວ 238 ແຫ່ງ, ເປີດບໍລິການແລ້ວ 62 ແຫ່ງ. ພ້ອມນີ້, ຍັງໄດ້ປັບປຸງຄຸນນະພາບ ແລະ ມາດຕະຖານການບໍລິການທ່ອງທ່ຽວຂອງພາກທຸລະກິດພາຍໃນແຂວງ ເຊິ່ງສາມາດຍາດໄດ້ລາງວັນມາດຕະຖານການທ່ອງທ່ຽວອາຊຽນປະຈຳປີ 2024 ຈຳນວນ 6 ລາງວັນ, ຮັບຮອງເປັນໂຮງແຮມລະດັບ 5 ດາວ 1 ແຫ່ງ, 4 ດາວ 2 ແຫ່ງ ແລະ ຖືກຮັບຮອງຕາມມາດຕະຖານລາວເຊັບ 14 ຫົວໜ່ວຍ. ສຳລັບປີ 2025 ແຂວງວຽງຈັນ ໄດ້ວາງຄາດໝາຍດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວແຂວງ ບໍ່ໃຫ້ຫລຸດ 2 ລ້ານກວ່າຄົນ ແລະ ຄາດວ່າຈະສ້າງລາຍຮັບທົ່ວສັງຄົມບໍ່ຫລຸດ 1.820 ຕື້ກວ່າກີບ.
ທ່ານຮອງຫົວໜ້າພະແນກ ຖວທ ແຂວງວຽງຈັນ ກ່າວຕື່ມວ່າ: ໃນໄລຍະຜ່ານມາ, ທາງອົງການປົກຄອງແຂວງ ແລະ ບັນດາເມືອງ ທັງພາກລັດ-ພາກທຸລະກິດ ແລະ ປະຊາຊົນໃນທ້ອງຖິ່ນ ໄດ້ພ້ອມກັນຈັດສະເຫລີມສະຫລອງປີທ່ອງທ່ຽວລາວ 2024 ຕິດພັນກັບເທສະການຂອງແຕ່ລະທ້ອງຖິ່ນເຊັ່ນ: ເທສະການສາມໝື່ນຕູບເຟືອງ ເພື່ອສືບສານຕໍານານຜາທໍ່ໜໍ່ຄໍາຂຶ້ນຢູ່ເມືອງເຟືອງ, ເທສະການບຸນກະຫລ່ຳປີ, ເທສະການໜາກກ້ຽງຫວານ, ງານດົນຕີສາກົນ, ບຸນບັ້ງໄຟ, ບຸນຊ່ວງເຮືອ ຢູ່ເມືອງວັງວຽງ ແລະ ບຸນປະເພນີຕ່າງໆຂອງປະຊາຊົນບັນດາເຜົ່າຕ່າງໆ ໃນແຕ່ລະທ້ອງຖິ່ນເຊັ່ນ: ບຸນກິນຈຽງພີ່ນ້ອງເຜົ່າມົ້ງ ເຂດຫລັກ 52, ບຸນເກຣີ ພີ່ນ້ອງເຜົ່າກຶມມຸ ເມືອງຫີນເຫີບ ທັງນີ້ກໍເພື່ອເປັນການອະນຸລັກສົ່ງເສີມວັດທະນະທໍາຮີດຄອງປະເພນີຂອງປະຊາຊົນບັນດາເຜົ່າ ຕິດພັນກັບຂະບວນການສົ່ງເສີມການທອງທ່ຽວ-ການຈັດຕະຫລາດນັດວາງສະແດງສິນຄ້າທີ່ເປັນເອກະລັກຂອງທ້ອງຖິ່ນ ໃຫ້ເກີດມີໜໍ່ແໜງການທ່ອງທ່ຽວ-ການແລກປ່ຽນຊື້ຂາຍ, ເຊິ່ງເຫັນວ່າໄດ້ຮັບການຕອບຮັບຈາກກຸ່ມນັກທ່ອງທ່ຽວເປັນຈຳນວນຫລວງຫລາຍ. ສະເພາະປີ 2024 ທີ່ຜ່ານມາ ໄດ້ມີນັກທ່ອງທ່ຽວເຂົ້າມາທ່ຽວແຂວງວຽງຈັນ ທັງໝົດ 1.900.119 ເທື່ອຄົນ ຍິງ 865.533 ຄົນ ໃນນັ້ນ, ນັກທ່ອງທ່ຽວພາຍໃນ 1.259.780 ເທື່ອຄົນ, ສາມາດສ້າງລາຍຮັບທົ່ວສັງຄົມໄດ້ 1.372 ຕື້ກວ່າກີບ.