ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພຽງ 9 ເດືອນ ນະຄອນຫລວງພະບາງ ດຶງດູດນັກທ່ອງທ່ຽວໄດ້ເກີນແຜນການທີ່ວາງໄວ້

Oct 27, 2024

ໄລຍະ 9 ເດືອນຂອງປີ 2024, ມີນັກທ່ອງທ່ຽວທັງພາຍ ໃນ ແລະ ຕ່າງປະເທດ ເຂົ້າໄປທ່ອງທ່ຽວນະຄອນ ຫລວງພະບາງ 1.583.000 ກ່ວາເທື່ອຄົນ, ລື່ນຄາດໝາຍຂອງແຜນການປີທີ່ວາງໄວ້ປະມານ 6 ແສນກວ່າຄົນ (ແຜນການທີ່ວາງໄວ້ 9 ແສນຄົນ), ຄາດວ່າອີກ 3 ເດືອນທີ່ເຫລືອນັກທ່ອງທ່ຽວຈະເພີ່ມຂຶ້ນອີກເປັນຈໍານວນຫລາຍ.
ທ່ານ ວຽງທອງ ຫັດສະຈັນ, ເຈົ້ານະຄອນຫລວງພະບາງ ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວ ເມື່ອບໍ່ດົນມານີ້ວ່າ: ບັນຍາກາດການທ່ອງທ່ຽວຢູ່ພາຍໃນນະຄອນ ຫລວງພະບາງ ກໍຄື ແຂວງຫລວງພະບາງ ປີນີ້ ເຊິ່ງເປັນປີທ່ອງ ທ່ຽວລາວ 2024 ແມ່ນຄຶກຄື້ນກວ່າທຸກປີຜ່ານມາ ເນື່ອງຈາກຫລາຍປັດໄຈສໍາຄັນ ເຊັ່ນ: ບັນດາສະ ຖານທີ່ທ່ອງທ່ຽວ ແລະ ການບໍລິການທ່ອງທ່ຽວໄດ້ຮັບການປັບປຸງດີຂຶ້ນ, ປະຊາຊົນຍັງຮັກສາໄດ້ຮີດຄອງປະເພນີ ແລະ ວັດທະນະທໍາຂອງຊາວຫລວງພະບາງທີ່ມີມາແຕ່ດົນນານ, ພ້ອມນີ້ ການເດີນທາງໄປແຂວງຫລວງພະບາງ ມີຄວາມສະ ດວກສະບາຍ ໂດຍສາມາດເດີນທາງໄດ້ທາງລົດໄຟ, ລົດ ແລະ ເຮືອບິນ ແລະ ອື່ນໆ.
ທ່ານກ່າວຕື່ມວ່າ: ປັດຈຸບັນ, ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ຄວາມສົນໃຈເຂົ້າໄປທ່ອງທ່ຽວຢູ່ນະຄອນ ຫລວງພະບາງ ເພີ່ມຂຶ້ນຫລາຍເມື່ອທຽບໃສ່ເມື່ອກ່ອນ ໂດຍ ສະເພາະໃນໂອກາດບຸນອອກພັນສາ ແລະ ໄຫລເຮືອໄຟ ປະຈໍາປີ 2024 ຜ່ານມານີ້ ມີນັກທ່ອງທ່ຽວເຂົ້າໄປຊົມການປະກວດເຮືອໄຟຢ່າງຫລວງຫລາຍ ເຊິ່ງນອກຈາກທ່ຽວຊົມເຮືອໄຟແລ້ວ ນັກທ່ອງທ່ຽວເຫລົ່ານີ້ຍັງໄດ້ທ່ຽວຊົມບັນດາສະຖານທີ່ທ່ອງທ່ຽວໃນຕົວເມືອງຫລວງພະບາງ ເຮັດໃຫ້ມີບັນຍາກາດຄຶກຄື້ນເປັນພິເສດ ແລະ ຄາດວ່າໃນອີກ 3 ເດືອນທີ່ເຫລືອຈະມີນັກທ່ອງທ່ຽວເຂົ້າໄປທ່ຽວນະຄອນຫລວງພະບາງ ເພີ່ມຂຶ້ນອີກຈໍານວນຫລາຍ ເນື່ອງ ຈາກເປັນໄລຍະລະດູແຫ່ງການທ່ອງທ່ຽວ.
ສໍາລັບນະຄອນຫລວງພະບາງ ໄດ້ຮັບລາງວັນຕ່າງໆ ມາແລ້ວຢ່າງຫລວງຫລາຍ ເຮັດໃຫ້ເປັນທີ່ຮູ້ຈັກຂອງນັກທ່ອງທ່ຽວຕ່າງປະເທດ, ເຊິ່ງຫລ້າສຸດໄດ້ຮັບລາງວັນ “ໜຶ່ງຮ້ອຍເລື່ອງລາວ ຈຸດໝາຍປາຍທາງການທ່ອງທ່ຽວແບບຍືນຍົງຂອງໂລກ” ປະຈໍາປີ 2024 ໂດຍຈະມີພິທີມອບ-ຮັບໃບຢັ້ງຢືນ ຢ່າງເປັນທາງການ ໃນລະຫວ່າງວັນທີ 10-12 ທັນວາ 2024 ທີ່ ປະເທດຊິເລ່.