ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພ້ອມກັນຍົກສູງສະຕິປ້ອງກັນໃຫ້ສູງຂຶ້ນ ເພາະອັກຄີໄພຍັງເກີດຂຶ້ນຢ່າງຕໍ່ເນື່ອງໃນສັງຄົມ

Feb 11, 2025

ພ້ອມກັນຍົກສູງສະຕິປ້ອງກັນໃຫ້ສູງຂຶ້ນ ເພາະອັກຄີໄພຍັງເກີດຂຶ້ນຢ່າງຕໍ່ເນື່ອງໃນສັງຄົມ
ໃນໄລຍະຫລັງມານີ້ ເຫັນໄດ້ວ່າ ມີອັກຄີໄພເກີດຂຶ້ນຢູ່ບັນດາສໍານັກງານ-ອົງການ, ທີ່ພັກອາໃສ, ໂຮງຈັກ, ໂຮງ ງານ, ຕະຫຼາດຮ້ານຄ້າ, ພື້ນຖານເສດຖະກິດ, ໄຟໄໝ້ລາມປ່າ ແລະ ອື່ນໆ ຢູ່ປະເທດເຮົາຢ່າງຕໍ່ເນື່ອງ ໄດ້ສ້າງຄວາມເສຍຫາຍໃຫ້ແກ່ຊີວິດ, ຊັບ ສິນຂອງລັດ-ລວມໝູ່, ບຸກຄົນ ແລະ ນິຕິບຸກຄົນເປັນຈຳນວນຫຼວງຫຼາຍ.
ອີງຕາມຂໍ້ມູນຈາກກົມຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ, ກົມໃຫຍ່ຕໍາຫຼວດ, ກະຊວງປ້ອງກັນຄວາມສະຫງົບ ໃຫ້ຮູ້ວ່າ: ປີ 2024 ຜ່ານມານີ້ ທົ່ວປະເທດມີອັກຄີໄພເກີດຂຶ້ນທັງໝົດ 198 ຄັ້ງ ເຮັດໃຫ້ມີຜູ້ເສຍຊີວິດ 9 ຄົນ ແລະ ບາດເຈັບ 9 ຄົນ, ເຮືອນຖືກໄຟໄໝ້ 166 ຫລັງ, ສາງເກັບມ້ຽນເຄື່ອງ 6 ຫລັງ, ໂຮງເລື່ອຍ 3 ຫລັງ, ລົດ 16 ຄັນ ແລະ ອື່ນໆ ລວມມູນຄ່າເສຍຫາຍ 158 ຕື້ກວ່າກີບ. ນອກຈາກນີ້ ຍັງມີຈໍານວນໜຶ່ງບໍ່ສາມາດປະເມີນມູນຄ່າໄດ້. ນີ້ຖືເປັນຕົວເລກສະຖິຕິທີ່ສູງ ແລະ ຍັງບໍ່ມີທ່າອ່ຽງຈະຫລຸດລົງເມື່ອທຽບໃສ່ຫລາຍປີທີ່ຜ່ານມາ.
ສາເຫດທີ່ເຮັດໃຫ້ເກີດອັກຄີໄພໃນໄລຍະຜ່ານມາ ສ່ວນຫຼາຍແມ່ນເກີດຈາກໄຟ ຟ້າລັດວົງຈອນ, ເລີນເລີ້ຂາດສະຕິ, ຂາດຄວາມຮັບຜິດຊອບ, ເປັນຕົ້ນ: ການນໍາໃຊ້ໄຟຟ້າເຂົ້າໃນການຜະລິດ, ດຳເນີນທຸລະກິດ, ດຳລົງຊີວິດປະຈໍາວັນ, ຈຸດຂີ້ເຫຍື້ອ-ຈຸດປ່າຊະຊາຍ ໄດ້ທູບທຽນບູຊາ ແລະ ອື່ນໆ.
ເວົ້າສະເພາະຢູ່ນະຄອນຫລວງວຽງຈັນ ທີ່ເປັນສູນກາງເສດຖະກິດ-ສັງຄົມຂອງປະເທດ. ນັບແຕ່ເລີ່ມຕົ້ນປີໃໝ່ສາກົນ 2025 ເປັນຕົ້ນມາ ມີອັກຄີໄພເກີດຂຶ້ນແລ້ວຫລາຍຄັ້ງ, ໃນນີ້ ອັກຄີໄພໃຫຍ່ກວ່າໝູ່ທີ່ເກີດຂຶ້ນຫລ້າສຸດ ແມ່ນໄຟໄໝ້ໂຮງງານກາເຟມີຣາໂຄລາວຈຳກັດຜູ້ດຽວແລະບໍລິສັດມີຣາໂຄອາຫານ ແລະ ເຄື່ອງດື່ມຈຳກັດຜູ້ດຽວ ຕັ້ງຢູ່ເຂດບ້ານດອນກອຍ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ ເຮັດໃຫ້ເສຍຫາຍຢ່າງຫລວງຫລາຍ ແລະ ຍັງບໍ່ສາມາດປະເມີນໄດ້ລະອຽດເທື່ອ.
ອັກຄີໄພ ແມ່ນໜຶ່ງໃນຫລາຍບັນຫາຊໍາເຮື້ອທີ່ແກ້ໄຂບໍ່ທັນໄດ້ໂດຍພື້ນຖານຢູ່ປະເທດເຮົາ. ເຖີງວ່າ ໃນໄລຍະຜ່ານມາ ພາກສ່ວນທີ່ກ່ຽວຂ້ອງຂອງລັດໄດ້ອອກກົດ ໝາຍ ແລະ ນິຕິກໍາຕ່າງໆ ຢ່າງຫລວງ ຫລາຍ, ລວມເຖີງໄດ້ເຄື່ອນໄຫວໂຄສະນາ ແລະ ຝຶກອົບຮົມທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງຢູ່ບັນດາສໍານັກງານ-ອົງ ການຂອງລັດ ແລະ ເອກະຊົນ, ໂຮງຈັກ-ໂຮງງານ, ສະຖານການສຶກສາ, ບັນດາບ້ານ ແລະ ອື່ນໆ ຢ່າງຕໍ່ເນື່ອງແລ້ວກໍຕາມ, ແຕ່ບັນຫາອັກຄີໄພຍັງສືບຕໍ່ເກີດຂຶ້ນຢ່າງຕໍ່ ເນື່ອງ, ທັ້ງນີ້ ກໍຍ້ອນຄວາມໃສ່ໃຈ ແລະ ສະຕິໃນການຈັດຕັ້ງປະຕິບັດບັນດາມາດຕະການປ້ອງກັນອັກຄີໄພທີ່ເຈົ້າ ໜ້າທີ່ກ່ຽວຂ້ອງວາງອອກຂອງຫລາຍພາກສ່ວນ ແລະ ຫລາຍຄອບຄົວໃນສັງຄົມບໍ່ທັນສູງເທົ່າທີ່ຄວນ.
ການສະກັດກັ້ນ ແລະ ຕ້ານອັກຄີໄພ ແມ່ນໜ້າທີ່ຂອງພົນລະເມືອງລາວທຸກຄົນ, ນັບທັງຊາວຕ່າງປະເທດທີ່ມາເຄື່ອນໄຫວ ແລະ ດຳລົງຊີວິດຢູ່ລາວ. ດັ່ງນັ້ນ ເພື່ອເຮັດໃຫ້ວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ໄດ້ຮັບຜົນດີຂຶ້ນກວ່າເກົ່າ. ນອກຈາກ ເຈົ້າໜ້າທີ່ກ່ຽວຂ້ອງຕ້ອງໄດ້ຫາວິທີສະກັດກັ້ນ ແລະ ຕ້ານອັກຄີໄພໃຫ້ໄດ້ຮັບປະສິດທິຜົນນັບມື້ສູງຂຶ້ນ, ບັນດາສໍານັກງານ-ອົງການ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ຕ້ອງໄດ້ເພີ່ມທະວີການໂຄສະນາສຶກສາອົບຮົມປະຊາ ຊົນໃນຂອບເຂດຄວາມຮັບຜິດ ຊອບຂອງຕົນໃຫ້ເຂົ້າໃຈຕໍ່ຜົນຮ້າຍຂອງອັກຄີໄພດ້ວຍການເພີ່ມມາດຕະການຮັກສາຄວາມປອດໄພຢ່າງເຂັ້ມງວດ ແນໃສ່ສະກັດກັ້ນ ແລະ ຕ້ານອັກຄີໄພບໍ່ໃຫ້ເກີດຂຶ້ນ.
ແຕ່ສິ່ງສໍາຄັນທີ່ສຸດ, ແມ່ນຄວາມເປັນເຈົ້າການຂອງທຸກຄົນ ກໍຄື ທຸກຄອບຄົວຕ້ອງມີສະຕິທຸກຄັ້ງໃນການນຳໃຊ້ໄຟບໍ່ວ່າຈະເປັນການດັງໄຟ ຫລື ນຳໃຊ້ໄຟຟ້າ. ທຸກໆ ຄັ້ງທີ່ໃຊ້ເຄື່ອງໃຊ້ໄຟຟ້າສຳເລັດແລ້ວ ຕ້ອງມອດໄຟ ແລະ ຖອດປັກສຽບໃຫ້ດີ, ການໄຕ້ທູບທຽນບູຊາຕ້ອງຕິດຕາມ ຫລື ມອດກ່ອນເພື່ອຮັບປະກັນຄວາມປອດໄພ.
ກໍລະນີມີອັກຄີໄພເກີດຂຶ້ນຕ້ອງຮູ້ນຳໃຊ້ບັ້ງອົກຊີເພື່ອມອດໄຟໃຫ້ທັນການ, ຕ້ອງໄດ້ຮຽນຮູ້ວິທີຫລົບຫລີກເມື່ອເກີດໄຟໄຫມ້ຮ້າຍແຮງ, ຖ້າພົບເຫັນຈຸດໃດມີຄວາມສ່ຽງດ້ານລະບົບສາຍສົ່ງໄຟຟ້າ ຫລື ໝໍ້ນັບໄຟເກົ່າແກ່ເປ່ເພ ອົງການປົກຄອງທ້ອງຖິ່ນ ຫລື ຄຸ້ມບ້ານຕ່າງຯ ຕ້ອງໄດ້ຮ່ວມກັບພາກສ່ວນກ່ຽວຂ້ອງກວດກາຄືນໃໝ່ເພື່ອຫລີກລ່ຽງບັນຫາໄຟຟ້າລັດວົງຈອນທີ່ອາດຈະເກີດຂຶ້ນ. ໃນກໍລະນີພົບເຫັນເຫດການໄຟໄໝ້ເກີດຂຶ້ນສາມາດໂທແຈ້ງໄດ້ທີ່ໝາຍເລກ 1190 ໄດ້ຕະຫລອດ 24 ຊົ່ວໂມງ.
ທັງໝົດນີ້ ເພື່ອແນໃສ່ຮັບປະກັນຄວາມສະ ຫງົບ ແລະ ຄວາມເປັນລະບຽບຮຽບ ຮ້ອຍ, ຮັບປະກັນບໍ່ໃຫ້ມີອັກຄີໄພເກີດຂຶ້ນ ເພາະອັກຄີໄພມີແຕ່ນຳເອົາຄວາມຫາຍຍະ ນະ ກໍຄື ຄວາມເສຍຕ່າງໆ ມາໃຫ້ແກ່ພວກເຮົາ ດັ່ງຄຳເວົ້າບູຮານທີ່ວ່າ: “ໂຈນປຸ້ນ 10 ຄັ້ງ ບໍ່ເທົ່າໄຟໄໝ້ຄັ້ງດຽວ”.
BT, ວສລ