ຟອຍກວາດ ບ້ານໂພນຄໍາ ໄດ້ຮັບການປະກາດເປັນສິນຄ້າ ຫນຶ່ງເມືອງ ຫນຶ່ງຜະລິດຕະພັນ

ວັນທີ 12 ກຸມພາ 2025, ທີ່ຫ້ອງການບ້ານໂພນຄໍາ ໄດ້ປະກາດສ້າງຕັ້ງກຸ່ມຫັດຖະກໍາ ແລະ ຮັບຮອງ-ຢັ້ງຢືນຜະລິດຕະພັນຟອຍກວາດ ບ້ານໂພນຄໍາ, ເມືອງໄຊຈໍາພອນ,ແຂວງບໍລິຄໍາໄຊ ເປັນສິນຄ້າໜຶ່ງເມືອງ, ໜຶ່ງຜະລິດຕະພັນ ຢ່າງເປັນທາງການ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄໍາໄຊ ຕຸນາລົມ ກໍາມະການພັກເມືອງ ຮອງເຈົ້າຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດເມືອງໄຊຈຳພອນ.
ທ່ານ ນາງ ແປ້ງ ໄຊມູນແກ້ວ ຕາງໜ້າໃຫ້ກຸ່ມຜະລິດຫັດຖະກໍາຖັກຟອຍ ບ້ານໂພນຄໍາ ໄດ້ຂຶ້ນລາຍງານໂດຍຫຍໍ້ໃນການເຄື່ອນ ໄຫວຂອງກຸ່ມຫັດຖະກໍາໃນໄລຍະຜ່ານມາ ຍ້ອນມີມູນເຊື້ອຄວາມດຸໜັ່ນຫ້າວຫັນຂອງປະຊາຊົນພາຍໃນບ້ານ ແລະ ມີເເນວທາງນະໂຍບາຍຂອງພັກ-ລັດ ກໍ່ຄືຫ້ອງການອຸດສາຫະກໍາ ແລະ ການ ຄ້າເມືອງໄດ້ລົງຊຸກຍູ້, ຈັດຝຶກອົບຮົມເພື່ອປັບປຸງດ້ານການພັດທະນາສີມືໃຫ້ກາຍເປັນສິນຄ້າທີ່ມີຄຸນນະພາບເປັນທີ່ຮັບຮອງຂອງສັງຄົມ, ຈຶ່ງໄດ້ສະໜອງງົບປະມານຈໍານວນໜຶ່ງນໍາເອົາຄູຝຶກມາຈາກ ບ້ານແກ້ວແສນຄໍາ ເມືອງຄໍາເກີດ ຈໍານວນ 2 ທ່ານ ມາຝຶກອົບຮົມຖ່າຍທອດຄວາມຮູ້ໃນການຖັກຟອຍກວາດໄດ້ສໍາເລັດໃນວັນທີ 18 ສິງຫາ 2024, ມີສະມາຊິກເຂົ້າຮ່ວມທັງໝົດ 11 ຄົນ, ຍິງ 10 ຄົນ ໃນນັ້ນມີບ້ານໂພນຄໍາ 7 ຄົນ, ບ້ານວັງບານ 3 ຄົນ ແລະ ບ້ານນໍ້າອ້ອນ 1 ຄົນ.
ຜ່ານການຝຶກອົບຮົມມາແລ້ວສະມາຊິກພາຍໃນກຸ່ມໄດ້ເອົາ ໃຈໃສ່ປັບປຸງ ແລະ ພັດທະນາສີມືເຕັກນິກການຜະລິດໃຫ້ຫຼາຍຂຶ້ນ ດັດແປງຜະລິດຕະພັນໃຫ້ມີລວດລາຍຮັບປະກັນທັງປະລິມານ ແລະ ຄຸນນະພາບ ມາຮອດປັດຈຸບັນພວກເຂົາເຈົ້າສາມາດຜະລິດ ເເລະ ສົ່ງອອກຂາຍພາຍໃນເມືອງ, ຕ່າງເມືອງ ແລະ ຕ່າງແຂວງ ໄດ້ເຖິງ 500 ກວ່າກາ້ນ, ຄິດໄລ່ເປັນມູນຄ່າລວມທັງໜົດ 16,000.000 ກວ່າກີບ ການຂາຍມີສອງຮູບແບບຄື: ຂາຍສົ່ງເປັນຈໍານວນຫຼາຍເເມ່ນໃນລາຄາ 35.000 ກີບ ຕໍ່ກ້ານ ເເລະ ຂາຍຍ່ອຍທົ່ວໄປເເມ່ນໃນລາຄາ 40.000 ກີບ ຕໍ່ກ້ານ, ຄາດ ໝາຍສູ້ຊົນໃນປີ 2025 ຈະຜະລິດສົ່ງອອກຂາຍໃຫ້ໄດ້ 2.000 ກວ່າກ້ານ.
ໃຍພິທີ ໄດ້ຜ່ານກົດລະບຽບການຄຸ້ມຄອງຂອງກຸ່ມຫັດຖະກໍາ, ຜ່ານຂໍ້ຕົກລົງຂອງເຈົ້າເມືອງໄຊຈໍາພອນ ເລກທີ 34/ມຊພ, ລົງວັນທີ 04 ກຸມພາ 2025 ວ່າດ້ວຍ: ຮັບຮອງ-ຢັ້ງຢືນຜົນການ ກວດກາຜະລິດຕະພັນຂອງກຸ່ມຫັດຖະກໍາຖັກຟອຍ ບ້ານໂພນຄໍາ ແລະ ຂໍ້ຕົກລົງເລກທີ 35/ມຊພ, ລົງວັນທີ 04 ກຸມພາ 2025 ວ່າດ້ວຍ: ແຕ່ງຕັ້ງຄະນະບໍລິຫານ-ຈັດກຸ່ມຫັດຖະກໍາຖັກຟອຍ ບ້ານໂພນຄໍາ.
ຂ່າວ-ພາບ: ອຸທິຍານ




