ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມຊ ຈະຮັບນັກສຶກສາ ຈຳນວນ 5.920 ຄົນ

Jul 17, 2024

ສົກ 2024-2025 ມະຫາວິທະຍາໄລແຫ່ງຊາດ ນະຄອນຫລວງວຽງຈັນ ມີແຜນຮັບເອົານັກສຶກສາ ຈຳນວນ 5.920 ຄົນ ຖ້າທຽບໃສ່ສົກຜ່ານມາແມ່ນຫລຸດລົງ, ປັດຈຸບັນພວມກະກຽມຈັດການສອບເສັງ ເຊິ່ງຈະຈັດຂຶ້ນຢ່າງເປັນທາງການໃນວັນທີ 10 ສິງຫາ ຫນ້ານີ້ .
ຮສ ປອ ເດຊານຸລາດ ແສນດວງເດດ ວ່າການອະທິການບໍດີມະຫາວິທະຍາໄລແຫ່ງຊາດໃຫ້ສຳພາດວ່າ: ໄດ້ກະກຽມຄວາມພ້ອມການສອບເສັງດ້ານຕ່າງໆ ເປັນຕົ້ນ:ໄດ້ຂໍອະນຸມັດຕົວເລກໂກຕາຮັບນັກສຶກສາໃຫມ່, ກຳນົດວັນສອບເສັງ, ສະຖານທີ່ສອບເສັງ, ແຕ່ງຕັ້ງຄະນະກຳມະການ, ພັດທະນາລະບົບສອບເສັງເພື່ອລົງທະບຽນແບບອອນລາຍ ແລະອື່ນໆ. ໂດຍເລີ່ມໃຫ້ນັກສອບເສັງສະຫມັກລົງທະບຽນແບບເຊິ່ງຫນ້າ ເພື່ອອອກບັດເຂົ້າຫ້ອງສອບເສັງເຊິ່ງເລີ່ມແຕ່ວັນທີ 15 ກໍລະກົດ ເປັນຕົ້ນໄປມາຮອດປັດຈຸບັນ ມີນັກສຶກສາສະແດງເຈດຈຳນົງເຂົ້າສອບເສັງຫລາຍກວ່າ 500 ຄົນແລ້ວ.
ຮສ ປອ ເດຊານຸລາດ ແສນດວງເດດໃຫ້ຮູ້ຕື່ມວ່າ:ສຳລັບການສອບເສັງປີນີ້ຈະຈັດຮູບແບບເຊິ່ງຫນ້າຄືປີຜ່ານມາ ໂດຍການສອບເສັງຈະແບ່ງອອກເປັນ 2 ກຸ່ມຄືກຸ່ມ A ແມ່ນສາຍວິທະຍາສາດທຳມະຊາດ ມີ 8 ຄະນະວິຊາ ແລະ ກຸ່ມ B ສາຍວິທະຍາສາດສັງຄົມ ມີ 6 ຄະນະວິຊາ, ສ່ວນຕາຕະລາງສອບເສັງໃນວັນທີ 10 ສິງຫາຫນ້ານີ້ ກຸ່ມ A ພາກເຊົ້າເລີ່ມແຕ່ເວລາ 9:00-11:00 ໃຊ້ເວລາ 120 ນາທີ ມີວິຊາ ຄະນິດສາດ A ແລະ ຟີຊິກສາດ, ພາກບ່າຍ ເວລາ 14:00-15:30 ໃຊ້ເວລາ 90 ນາທີ ມີວິຊາພາສາລາວ, ວັນນະຄະດີແລະເຄມີສາດ, ຊີວະສາດແລະພາສາອັງກິດ. ສ່ວນ ກຸ່ມ B ພາກເຊົ້າ 9:00-11:00 ໃຊ້ເວລາ 120 ນາທີ ມີວິຊາ ຄະນິດສາດ B, ພາສາລາວ, ວັນນະຄະດີ ແລະ ພາກບ່າຍ ເວລາ 14:00-15:30 ໃຊ້ເວລາ 90 ນາທີ ມີວິຊາ ພູມສາດ, ປະຫວັດສາດ ແລະ ພາສາອັງກິດ.
ພາບ: ກະຕ່າຍ ມາກໂນຊາ
ຂ່າວ: ອໍາໄພວັນ ວົງອໍາທອນ