ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມຊ ຈັດງານຕະຫຼາດນັດສະໝັກງານ ປະຈຳສົກສຶກສາ 2024-2025.

May 22, 2025

ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດງານຕະຫຼາດນັດສະໝັກງານ ປະຈຳສົກສຶກສາ 2024-2025 ຂຶ້ນເມື່ອວັນທີ 21 ພຶດສະພາ 2025 ທີ່ສະໂມສອນໃຫຍ່ ມຊ, ໂດຍການເຂົ້າຮ່ວມຂອງທ່ານ ທອງສຸກ ແກ້ວມະນີ ຮອງອະທິການບໍດີ ມຊ.
ງານຕະຫຼາດນັດສະໝັກງານ ມຊ ໄດ້ຈັດຂຶ້ນເປັນປະຈຳທຸກໆປີ, ເຊິ່ງຈັດເປັນກິດຈະກຳໜຶ່ງຂອງ ມຊ ໂດຍໄດ້ເຊີນບັນດາຫ້າງຮ້ານ, ບໍລິສັດຈາກຫຼາຍພາກສ່ວນມາຮ່ວມເປີດງານໃຫ້ຄຳແນະນຳກ່ຽວກັບຕຳແໝ່ງງານ ແລະ ອົງກອນຂອງຕົນເອງ ເພື່ອໃຫ້ຜູ້ທີ່ເຂົ້າຮ່ວມ ໄດ້ມີໂອກາດສະໝັກງານສຳລັບນັກສຶກສາທີ່ກຳລັງຈະຈົບ ຫຼື ຜູ້ທີ່ກຳລັງຊອກຫາວຽກເຮັດງານທຳ ໃນຂະນະດຽວກັນ ນັກສຶກສາທີ່ກຳລັງກຽມລົງເຝິກງານກໍສາມາດຊອກຫາຂໍ້ມູນບໍລິສັດ ແລະ ສອບຖາມກັບບໍລິສັດຕ່າງໆທີ່ເຂົ້າຮ່ວມງານຄັ້ງນີ້ໄດ້. ໃນປີນີ້ ມີຫ້າງຮ້ານ ແລະ ບໍລິສັດ ເຂົ້າຮ່ວມໃນງານນີ້ຮັບສະໝັກທັງໝົດ 40 ກວ່າພາກສວ່ນ ມີການປະກາດຮັບສະໝັກພະນັກງານຫຼາຍກວ່າ 1,000 ກວ່າຕໍາແໜ່ງງານ, ເຊິ່ງງານດັ່ງກ່າວນີ້ ຈະສືບຕໍ່ຮອດວັນທີ 23 ພຶດສະພາ 2025.
ຂ່າວ: ຂ່າວສານ ມຊ