ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມຊ ພ້ອມຈັດງານມະຫາກໍາກິລາມະຫາວິທະຍາໄລລາວ ຄັ້ງທີ II

Apr 30, 2024

ມຊ ພ້ອມຈັດງານມະຫາກໍາກິລາມະຫາວິທະຍາໄລລາວ ຄັ້ງທີ II
ມະຫາວິທະຍາໄລແຫ່ງຊາດລາວ (ມຊ) ຈັດງານຖະແຫລງຂ່າວກ່ຽວກັບການຈັດງານມະຫາກໍາກິລາມະຫາວິທະຍາໄລລາວ ຄັ້ງທີ II ໃນຕອນບ່າຍວັນທີ 30 ເມສາ 2024 ທີ່ສະຖາບັນຂົງຈື້, ມະຫາ ວິທະຍາໄລແຫ່ງຊາດລາວ ວິທະຍາເຂດດົງໂດກ ເມືອງໄຊທານີ, ນະຄອນຫລວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ.
ທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ປະທານສະຫະພັນກິລາມະຫາວິທະຍາໄລລາວ, ປະທານຄະນະຮັບຜິດຊອບຈັດງານຄັ້ງນີ້ ໃຫ້ຮູ້ວ່າ: ການຈັດງານມະຫາກໍາກິລາມະຫາວິທະຍາໄລລາວ ຄັ້ງທີ II ຈະຈັດຂຶ້ນໃນວັນທີ 05-14 ພຶດສະພາ 2024 ເພື່ອເປີດໂອ ກາດສ້າງການພົວພັນແລະສ້າງຄວາມສາມັກຄີຮັກແພງລະຫວ່າງບັນດາສະຖາບັນການສຶກສາຊັ້ນສູງ, ອາຊີວະສຶກສາ, ວິທະຍາໄລທັງພາກລັດແລະເອກະຊົນທົ່ວປະເທດ, ເປັນການເສີມຂະຫຍາຍວຽກງານກິລາ-ກາຍະກຳເຂົ້າສູ່ຖັນແຖວພະນັກງານຄູ-ອາຈານ, ນັກ ສຶກສາຢ່າງກວ້າງຂວາງຕໍ່ເນື່ອງ ແລະຫັນໄປສູ່ການພັດທະນາກິລາແຕ່ລະປະເພດເຂົ້າສູ່ລະດັບມາດຕະຖານ, ຍົກຄຸນນະພາບທາງດ້ານຮ່າງກາຍແລະຈິດໃຈເຂົ້າໃນການສຶກສາຄົ້ນຄວ້າຮໍ່າຮຽນເພື່ອກຽມພ້ອມປະກອບສ່ວນເຂົ້າໃນພາ ລະກິດການພັດທະນາເສດ ຖະກິດ-ສັງຄົມ, ການປົກປັກຮັກສາແລະສ້າງສາປະເທດຊາດ.
ນອກຈາກນີ້, ຍັງເປັນການສ້າງໂອກາດໃຫ້ນັກສຶກສາທຸກພາກສ່ວນໄດ້ແລກປ່ຽນບົດຮຽນເຊິ່ງກັນແລະກັນ, ສ້າງນ້ຳໃຈສາມັກຄີຮັກແພງ, ມີລະບຽບວິໄນໃນຖັນແຖວຊາວໜຸ່ມນັກສຶກ ສາ-ປັນຍາຊົນ ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາຊັບພະຍາກອນມະນຸດແລະສະກັດກັ້ນສິ່ງປາກົດການຫຍໍ້ທໍ້ ໃນສັງຄົມ ແລະ ເປັນໂອກາດຄັດເລືອກເອົານັກກິລາທີ່ດີເດັ່ນຜູ້ມີພອນສະຫວັນ ເປັນຕົວແທນນັກສຶກສາຂອງບັນດາມະຫາວິທະຍາໄລ ໃນລາວ ເພື່ອກຽມພ້ອມເຂົ້າຮ່ວມການແຂ່ງຂັນ ກັບບັນດາສະຖາບັນການສຶກສາຊັ້ນສູງໃນງານມະຫາກຳກິລາມະ ຫາວິທະຍາໄລຂອງບັນດາປະເທດອາຊຽນ ແລະມະຫາວິທະຍາໄລຂອງໂລກ, ທັງກຽມຄວາມພ້ອມເພື່ອເປັນເຈົ້າພາບຈັດງານໃນລະ ດັບພາກພື້ນ ແລະ ສາກົນໃນອະນາຄົດ.
ສໍາລັບກິລາທີ່ບັນຈຸເຂົ້າໃນການຈັດການແຂ່ງຂັນ ມີ 11 ປະ ເພດ ຄື: ແລ່ນ-ລານ, ບານເຕະ, ດອກປີກໄກ່, ເທຄວັນໂດ, ປັນຈັກສິລັດ, ບານສົ່ງໃນຮົ່ມ ແລະ ຫາດຊາຍ, ບານບ້ວງ, ກະຕໍ້ 6 ລາຍການ, ຢູໂດ, ອີສະປອດ ແລະ ເປຕັງ ເຊິ່ງລວມມີທັງໝົດ 146 ລາຍການ ແລະ ຈະມີການຊິງຫຼຽນທັງໝົດ 526 ຫຼຽນ, ໃນນີ້ ມີຫຼຽນຄໍາ 146 ຫຼຽນ, ຫຼຽນເງິນ 146 ຫຼຽນ, ຫຼຽນທອງ 234 ຫຼຽນ.
ໂດຍຈະມີຄະນະນໍາ, ຄູຝຶກ, ແພດ ແລະ ນັກກິລາ ຈາກ 11 ພາກສ່ວນ ເຂົ້າຮ່ວມທັງໝົດ 1, 387 ຄົນ ຄື: ມະຫາວິທະ ຍາໄລແຫ່ງຊາດ (ມຊ), ມະຫາວິທະຍາໄລຈໍາປາສັກ (ມຈ), ມະຫາ ວິທະຍາໄລສະຫວັນນາເຂດ (ມຂ), ມະຫາວິທະຍາໄລສຸພານຸວົງ (ມສ), ມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ), ວິທະ ຍາຄານປ້ອງກັນຊາດ ໄກສອນພົມວິຫານ (ວປກ), ວິທະຍາຄານສັນຕິບານປະຊາຊົນ (ວສປ), ສະຖາບັນກິລາ-ກາຍຍະກໍາ (ສບກ), ສະຖາບັນເຕັກໂນໂລຊີສຸດສະກະ (ສຕສ), ສະຖາບັນການທະນາ ຄານ (ສທຄ), ສະຖາບັນຍຸຕິທໍາແຫ່ງຊາດ (ສຍຊ), ສະຖາບັນຣັຕນະບໍລິຫານທຸລະກິດ (ສຣບທ), ວິທະຍາໄລເຕັກນິກ-ວິຊາຊີບກຽດຕິສັກ (ວຕວກ) ແລະ ສະຖາບັນ ລາວ-ອາເມລິກາ (ສລອ) ໂດຍຈະນໍາໃຊ້ງົບປະມານທັງໝົດ 12 ຕື້ກີບ ເຊິ່ງແມ່ນງົບປະມານຂອງລັດຖະບານສະໜອງໃຫ້ໃນບ້ວງງົບປະມານຂອງມະຫາວິທະ ຍາໄລແຫ່ງຊາດ.
ໃນພິທີຄັ້ງນີ້ ຍັງມີການມອບ-ຮັບເງິນອຸປະຖໍາຈັດການແຂ່ງຂັນຈາກຫລາຍພາກສ່ວນ ເປັນຕົ້ນ: ບໍລິສັດເບຍລາວ ຈໍານວນ 900 ລ້ານກີບ, ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ ຈໍານວນ 300 ລ້ານກີບ ແລະ ອື່ນໆ.