ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມຊ ສະຫຼອງວັນຄູແຫ່ງຊາດ, ສະຫຼຸບສົກຮຽນ ແລະ ເປີດສົກຮຽນໃໝ່

Oct 30, 2024

ມະຫາວິທະຍາ​ໄລ​ແຫ່ງ​ຊາດ (ມຊ) ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ (7 ຕຸລາ 1994-7 ຕຸລາ 2024) ຄົບຮອບ 30 ປີ, ສະຫຼຸບຊຸດຮຽນ 2020-2024, ສະຫຼຸບສົກຮຽນ 2023-2024 ແລະ ເປີດສົກຮຽນໃໝ່ 2024-2025 ຂຶ້ນໃນວັນ​ທີ 30 ຕຸລາ ນີ້ ທີ່ ມຊ ໂດຍການເປັນປະທານຂອງ ທ່ານ ເດຊານຸລາດ ແສນດວງເດດ ວ່າການແທນອະທິການ​ບໍດີ ມຊ, ເຂົ້າຮ່ວມເປັນກຽດຂອງທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີທ່ານ ບໍ່ແສງຄຳ ວົງດາລາ ປະທານສະພາ ມຊ, ມີຮອງອະທິການບໍດີ, ຄະນະບໍດີ, ຜູ້ອຳນວຍການສະຖາບັນ, ຄູ-ອາຈານ, ນັກສຶກສາເຂົ້າຮ່ວມ.
ທ່ານ ເດຊານຸລາດ ແສນດວງເດດ ກ່າວວ່າ: ການຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດໃນມື້ນີ້ ເພື່ອລະນຶກເຖິງຄຸນງາມຄວາມດີຂອງຄູຜູ້ທີ່ເສຍສະຫຼະ ແລະ ປະຕິບັດໜ້າທີ່ອັນມີກຽດເພື່ອໃຫ້ຄວາມຮູ້ ແລະ ແສງສະຫວ່າງແກ່ລູກຫຼານຂອງປະຊາຊົນລາວບັນດາເຜົ່າຕະຫຼອດໄລຍະຜ່ານມາ ໂດຍກຳນົດເອົາວັນເຂົ້າສັງກັດຄູ ຂອງນາຍຄູຄຳ ຜູ້ທີ່ທັງສິດສອນຄວາມຮູ້ວິຊາການ ທັງອົບຮົມບົ່ມເພາະແນວຄິດຮັກຊາດ ຮັກບ້ານເກີດເມືອງນອນ ໃນສະໄໝຕໍ່ສູ້ກູ້ຊາດຕ້ານພວກລ່າເມືອງຂຶ້ນໃນຕົ້ນສະຕະວັດທີ 20.
ໃນພິທີໄດ້ມີການສະຫຼຸບຊຸດຮຽນ 2020-2024, ສະຫຼຸບສົກຮຽນ 2023-2024 ແລະ ເປີດສົກຮຽນ 2024-2025 ຂອງ ມຊ; ມຊ ໄດ້ຮັບການສ້າງຕັ້ງໃນປີ 1996 ໂດຍການຮວມເອົາ 3 ມະຫາວິທະຍາໄລ ແລະ 7 ສະຖາບັນການສຶກສາຊັ້ນສູງທີ່ຂຶ້ນກັບຫຼາຍກະຊວງ ມາເປັນມະຫາວິທະຍາໄລແຫ່ງດຽວເອີ້ນວ່າ: ມະຫາວິທະຍາໄລແຫ່ງຊາດ ຊຶ່ງມີອາຍຸໄດ້ 28 ປີ ປະກອບມີ 13 ຄະນະວິຊາ, 2 ສະຖາບັນ, 11 ຫ້ອງການ; ນອກນີ້ຍັງມີບັນ ດາສູນ, ຫໍສະໝຸດກາງ ແລະ ໂຮງໝໍວິທະຍາເຂດ, ປັດຈຸບັນມີ​ຫຼັກສູດການຮຽນ-ການສອນທັງ​ໝົດ 267 ຫຼັກສູດ ໃນນັ້ນມີປະລິນຍາ​​ເອກ 11 ຫຼັກສູ​ດ, ປະລິນຍາໂທ 70 ຫຼັກສູດ, ປະລິນຍາຕີ 119 ຫຼັກສູດ, ຫຼັກສູດຕໍ່ເນື່ອງປະລິນຍາຕີ 44 ຫຼັກສູດ ແລະ ຫຼັກສູດອະນຸປະລິນຍາ 4 ຫຼັກສູດ. (ໃນນັ້ນມີຫຼັກສູດນາໆຊາດປະລິນຍາໂທ 1 ຫຼັກສູດ ແລະ ຫຼັກສູດນາໆຊາດປະລິນຍາຕີ 2 ຫຼັກສູດ), ມຊ ມີວິໄສທັດວ່າ ສ້າງໃຫ້ມະຫາວິທະຍາ​ໄລ​ແຫ່ງ​ຊາດ ກາຍເປັນ​ສູນ​ກາງ​ການ​ສຶກສາ ແລະ ການຄົ້ນຄວ້າວິທະຍາສາດທີ່ມີຄຸນນະພາບໄດ້ມາດຕະຖານພາກພື້ນ ແລະ ສາກົນ.
ໃນຊຸດຮຽນ 2020-2024 ມີນັກສຶກສາທີ່ສຳເລັດການສຶກສາທັງໝົດ 18,240 ຄົນ ຍິງ 8,772 ຄົນ; ສົກຮຽນ 2023-2024 ມີນັກສຶກສາທີ່ສຳເລັດການສຶກສາທັງໝົດ 5,649 ຄົນ ຍິງ 2,605 ຄົນ, ມີນັກສຶກສາໄດ້ຮັບກຽດນິຍົມທັງໝົດ 96 ຄົນ ຍິງ 59 ຄົນ. ໃນສົກຮຽນນີ້ຈຶ່ງມີຄູດີເດັ່ນປະເພດນາມມະຍົດຈໍານວນ 1,220 ທ່ານຍິງ 569 ທ່ານ, ຂັ້ນກະຊວງສຶກສາທິການ ແລະ ກິລາ ຈໍານວນ 670 ທ່ານ ຍິງ 340 ທ່ານ, ຂັ້ນມະຫາວິທະຍາໄລແຫ່ງຊາດ ຈໍານວນ 214 ຄົນ ຍິງ 119 ຄົນ ໃຫ້ກຽດມອບໃບຍ້ອງຍໍໂດຍທ່ານ ກິ່ງມະໂນ ພົມມະຫາໄຊ ແລະ ມອບໃບປະກາສະນີຍະບັດແດງໃຫ້ນັກສຶກສາຈຳນວນ 96 ຄົນ, ໂອກາດນີ້ ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຮັບຟັງການໂອ້ລົມໃຫ້ທິດຊີ້ນຳ ຂອງທ່ານ ກິ່ງມະໂນ ພົມມະຫາໄຊ ຕື່ມອີກ.
ທີ່ມາ: ປະຊາຊົນ