ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມວນຊົນຈໍານວນຫຼາຍ​ ເຂົ້າຫົດສົງພຣະພຸດ​ທະຮູບ ອົງແສນ​

Apr 15, 2026

ວັນທີ 14 ເມສາ 2026, ກົງກັບມື້ແຮມ 12 ຄໍ່າ ເດືອນ 5 ລາວ ເປັນມື້ສັງຂານລ່ວງ ຢູ່ທີ່ວັດອົງແສນສຸຂະ​ຣານ, ບ້ານຊະແຄະ ເມືອງໄຊເສດຖາ ແຂວງອັດຕະປື ໄດ້ຈັດພິທີຫົດສົງ ແລະ ປ່ຽນຜ້າບ່ຽງ ພຣະພຸດທະຮູບ ອົງແສນ ເນື່ອງໃນໂອກາດບຸນປີໃໝ່ລາວ ພສ 2569 ແລະ ເພື່ອສືບສານຮີດຄອງປະເພນີອັນດີງາມຂອງຊາວລາວ.
May be an image of one or more people, temple and text May be an image of one or more people, temple and text that says 'AN ตำขาม2'
ໃນພິທີ ໄດ້ຮັບກຽດເຂົ້າຮ່ວມຝ່າຍພຣະສົງມີພຣະອາຈານໃຫຍ່ ສີສະ​ຫວາດ ເທບວົງສາ ກຳ​ມະການສູນ​ກາງ ອພສ,​ ປະທານ ອພສ ແຂວງອັດຕະປື,​ ພ້ອມດ້ວຍຄະນະພຣະ​ສົງ,​ ຝ່າຍຄາລະວາດ ມີທ່ານ ບຸນເຖິງ ດວງສະຫວັນ ກໍາມະການສູນ​ກາງພັກ​ ເລຂາພັກແຂວງອັດຕະປື,​ ພ້ອມດ້ວຍບັນດາ​ຄະນະນຳພັກ-ລັດ ຂັ້ນແຂວງ, ເມືອງ ແລະ ມວນຊົນທົ່ວທຸກສາລະທິດເຂົ້າຮ່ວມຢ່າງໜາແໜ້ນ.​
ທ່ານ ເກັດສະໜາ ພັນທະວົງ ນາຍບ້ານຊະແຄະ​, ເມືອງໄຊເສດຖາໄດ້ກ່າວວ່າ: ພິທີຫົດສົງພຣະ​ອົງແສນ ແມ່ນປະເພນີອັນເກົ່າແກ່ ທີ່ຊາວແຂວງອັດ​ຕະປື ໄດ້ສືບທອດມາແຕ່ບັນພະບຸລຸດ ເພື່ອຄາລະວະບູຊາ ແລະ ຂໍພອນຈາກພຣະສີຣັດຕະນະໄຕ ໃຫ້ເກີດສິຣິມຸງຄຸນແກ່ຕົນເອງ ແລະ ສັງຄົມ. ພຣະພຸດທະຮູບ ອົງແສນ ເປັນພຣະພຸດທະຮູບສັກສິດ ຄູ່ບ້ານຄູ່ເມືອງ ແລະ ເປັນສູນລວມຈິດໃຈຂອງຊາວພຸດ ທີ່ປະດິດສະ​ຖານຢູ່ວັດແຫ່ງນີ້ມາຫຼາຍຮ້ອຍປີ.
May be an image of one or more people and temple  May be an image of one or more people and temple
ພິທີໃນຄັ້ງນີ້ ປະກອບມີ ການໄຫວ້ພຣະຂໍອະ ນຸຍາດຫົດສົງ, ພິທີແຫ່ພຣະອົງແສນ ຈາກພັດທະສິມມາ ມາຍັງສະຖານທີ່ປະກອບພິທີ,​ ການຖະ​ຫວາຍນໍ້າຫອມ ແລະ ເພື່ອໃຫ້ຄະນະນໍາຂັ້ນແຂວງ,​ ຂັ້ນເມືອງ​ ພ້ອມດ້ວຍມວນຊົນຊາວພຸດທັງ​ຫຼາຍໄດ້ຫົດສົງ,​ ຈາກນັ້ນ ໃນພິທີໄດ້ມີການບາສີສູ່ຂັວນ ໃຫ້ຄະນະນໍາຂອງແຂວງ,​ ຂັ້ນເມືອງ ແລະ ເຖົ້າແກ່ແນວໂຮມທີ່ເຂົ້າຮ່ວມໃນງານ ຕາມຮີດຄອງອັນດີງາມ.​ ນອກຈາກນັ້ນ ໃນແຕ່ລະວັດທົ່ວແຂວງອັດຕະປື, ພຣະສົງ ພ້ອມດ້ວຍເຖົ້າແກ່ແນວໂຮມ ກໍຄືຊາວພຸດທະສາດ​ສະໜາທັງຫຼາຍ ກໍ່ໄດ້ມີການອັງເຊີນພຣະ​ພຸດ​ທະຮູບລົງມາເພື່ອໃຫ້ຊາວພຸດທັງຫຼາຍໄດ້ຫົດສົງຕາມຮິດຄອງປະ​ເພນີຂອງຊາດລາວທີ່ເຄີຍປະຕິບັດກັນມາ.
ຂ່າວ: ວິເດັນ