ສະຖານທູດອິນເດຍ ປະຈຳ ສປປ ລາວ ຈັດກິດຈະກຳສະເຫລີມສະຫລອງວັນໂຍຄະສາກົນ (IDY) ຄັ້ງທີ 11 ພາຍໃຕ້ຫົວຂໍ້ “ໂຍຄະສໍາລັບທຸກຄົນໃນໂລກ ແລະ ເພື່ອສຸຂະພາບຂອງທຸກຄົນ” ໃນວັນທີ 21 ມິຖຸນາ 2025 ທີ່ນະຄອນຫລວງວຽງຈັນ ໂດຍມີທ່ານ ໂຢເກັສວາ ສັງວານ ເອກອັກຄະລັດຖະທູດ ອິນເດຍ ປະຈຳ ສປປ ລາວ, ທ່ານ ວິລາວົງ ບຸນສຸກໄທ ຮອງປະທານ-ເລຂາທິການຄະນະກຳມະທິການພາລາແລມປິກແຫ່ງຊາດລາວ, ຫົວໜ້າກົມກິລາມວນຊົນພາລະ ແລະ ສິລະປະສຶກສາ ກະຊວງ ສຶກສາທິການ ແລະ ກິລາ ພ້ອມດ້ວຍມວນຊົນໃນນະຄອນຫລວງວຽງຈັນ ແລະ ນັກກິລາໂຍຄະຫລາຍກວ່າ 1.000 ຄົນເຂົ້າຮ່ວມ.
ທ່ານ ໂຢເກັສວາ ສັງວານ ໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງໂຍຄະໂລກ ໃນການສົ່ງເສີມສຸຂະພາບທາງກາຍ ແລະ ຈິດໃຈ ເຊິ່ງການສະເຫລີມສະຫລອງ ວັນໂຍຄະປີນີ້ພາຍໃຕ້ຫົວຂໍ້ ” ໂຍຄະສໍາລັບທຸກຄົນໃນໂລກ ແລະ ເພື່ອສຸຂະພາບຂອງທຸກຄົນ” ໂດຍເນັ້ນເຖິງຄວາມກ່ຽວຂ້ອງຂອງໂຍຄະ ແລະ ສຸຂະພາບ ຂອງຄົນໃນໂລກ ທີ່ເຊື່ອມຕໍ່ກັນໃນປັດຈຸບັນ.
ສະມັດຊາໃຫຍ່ ອົງການສະຫະປະຊາຊາດ ໄດ້ຕົກລົງເອົາວັນທີ 21 ມິຖຸນາ ຂອງທຸກໆປີເປັນວັນໂຍຄະສາກົນ. ນັບແຕ່ປີ 2016 ເປັນຕົ້ນມາ ສະຖານທູດອິນເດຍ ແລະ ລັດຖະບານລາວ ໄດ້ມີການຮ່ວມມືກັນຈັດສະເຫລີມສະຫລອງວັນໂຍຄະສາກົນໃນທຸກໆປີ ເຊິ່ງໂຍຄະ ເປັນຂອງຂວັນອັນລ້ຳຄ່າຂອງປະເພນີບູຮານຂອງອິນເດຍ ທີ່ມອບໃຫ້ແກ່ມະນຸດ. ການຫລິ້ນກິລາໂຍຄະແມ່ນເພື່ອຜົນປະໂຫຍດຂອງທຸກຄົນ ແລະ ມີຜົນດີຕໍ່ສຸຂະພາບ, ເປັນການສ້າງຄວາມສາມັກຄີ ແລະ ເຮັດໃຫ້ຈິດໃຈມີຄວາມສະຫງົບ. ການປະຕິບັດໂຍຄະແມ່ນວິທີ ທີ່ຈະນໍາພາໄປສູ່ການມີສຸຂະພາບທີ່ດີ.
ທ່ານ ວິລາວົງ ບຸນສຸກໄທ ໄດ້ກ່າວວ່າ: ການຈັດກິດຈະກຳສະເຫລີມສະຫລອງ ວັນໂຍຄະສາກົນ ປຽບເໝືອນ ບຸນມະໂຫລານອັນຍິ່ງໃຫຍ່ ຂອງວົງຄະນະຍາດສາກົນ ຊຶ່ງໄດ້ເລີ່ມສະເຫລີມສະຫລອງກັນມາ ຕັ້ງແຕ່ປີ 2016 ມາຮອດປັດຈຸບັນ ມີຜູ້ຝຶກຫລິ້ນໂຍຄະເພີ່ມຂຶ້ນຢ່າງຕໍ່ເນື່ອງ. ພິເສດປີນີ້ການສະເຫລີມສະຫລອງວັນດັ່ງກ່າວຢູ່ ສປປ ລາວ ໄດ້ຈັດຂຶ້ນຢູ່ 4 ແຂວງ 1 ນະຄອນ ຫລວງວຽງຈັນ ກໍຄື: ແຂວງ ຫລວງພະບາງ, ວຽງຈັນ, ສະຫວັນນະເຂດ ແລະ ແຂວງ ຈໍາປາສັກ ຊຶ່ງນະຄອນຫລວງວຽງຈັນ ແມ່ນໄດ້ຈັດຂຶ້ນຢູ່ 3 ຈຸດ ລວມທັງກິດຈະກຳທີ່ເປັນທາງການໃນມື້ນີ້ ເພື່ອເຮັດໃຫ້ການສະເຫລີມສະຫລອງ ວັນໂຍຄະສາກົນ ໃຫ້ມີການໂຄສະນາເຜີຍແຜ່ເປັນຂະບວນການຟົດຟື້ນກວ້າງຂວາງ ແຕ່ສູນກາງລົງ ຮອດທ້ອງຖິ່ນ ເນື່ອງຈາກກິລາໂຍຄະເປັນກິລາປະເພດໜຶ່ງ ທີ່ມວນຊົນທຸກເພດ-ທຸກໄວ, ທຸກຊັ້ນຄົນໃນສັງຄົມ ສາມາດເຂົ້າເຖິງໄດ້ງ່າຍ ແລະ ເປັນກິລາຍອດນິຍົມປະເພດໜຶ່ງໃນທົ່ວໂລກ ທີ່ສາມາດຝຶກຫລິ້ນຢູ່ເຮືອນໃຜລາວໄດ້ຢ່າງສະດວກສະບາຍ. ອີກດ້ານໜຶ່ງ, ໂຍຄະ ຍັງໃຫ້ຜົນປະໂຫຍດຫລາຍຢ່າງ ຕໍ່ຄົນເຮົາ ຊຶ່ງນອກຈາກຈະເປັນການອອກກໍາລັງກາຍໂດຍທົ່ວໄປແລ້ວ, ແຕ່ຍັງເປັນການຊ່ວຍເສີມສ້າງພະລັງຈິດ-ພະລັງກາຍ ແລະ ຜ່ອນຄາຍຄວາມຕຶງຄຽດ ຂອງຄົນເຮົາ ໃຫ້ມີຄວາມເຂັ້ມແຂງຂຶ້ນ ຕື່ມອີກດ້ວຍ ແລະ ທັງເປັນການປະກອບສ່ວນເຂົ້າໃນການສົ່ງເສີມສັນຕິພາບ, ມິດຕະພາບ ແລະ ຄວາມຜາສຸກ, ລະຫວ່າງບັນດາປະຊາຊາດ ຢູ່ໃນໂລກ ແລະ ຫວັງວ່າບັນດາທ່ານທີ່ເຂົ້າມາຮ່ວມງານໃນມື້ນີ້ ຈະເປັນກໍາລັງແຮງອີກແຮງໜຶ່ງ ໃນການຊ່ວຍໂຄສະນາເຜີຍແຜ່ ແລະ ຊູກຍູ້ສົ່ງເສີມ ການຝຶກຫລິ້ນ ແລະ ຄຸນປະໂຫຍດຂອງ ກິລາໂຍຄະ ອອກສູ່ສັງຄົມ ໃຫ້ນັບມື້ນັບກວ້າງຂວາງຂຶ້ນໄປເລື້ອຍໆ.







