ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມວນຊົນຮ່ວມໃສ່ບາດບຸນພຣະທາດ-ພະບາດໂພນສັນ

Jan 14, 2025

ໃນຕອນເຊົ້າຂອງວັນທີ 13 ມັງກອນ 2025 ຢູ່ທີ່ວັດພະບາດໂພນສັນໄດ້ມີພິທີໃສ່ບາດງານບຸນນະມັດສະການພະບາດໂພນສັນປະຈຳປີ ພສ 2568, ງານບຸນນະມັດສະການພະບາດໂພນສັນແມ່ນຖືກຈັດຂຶ້ນໃນເດືອນສອງເພັງ (ເດືອນລາວ) ຂອງທຸກໆປີ ຄື ຂຶ້ນ 12 ຄໍ່າຈົນຮອດມື້ຂຶ້ນ 15 ຄໍ່າ ເດືອນ 2 ລາວ, ສະເພາະໃນປີນີແມ່ນກົງກັບວັນທີ10 ມັງກອນ ຫາ 13 ມັງກອນ 2025.
ບັນຍາກາດການໃສ່ບາດໃນປີນີ້ເຫັນວ່າມີຄວາມຟົດຟື້ນຫຼາຍ, ຊາວພຸດທະສານິກະຊົນທັ່ງຫຼາຍ ພ້ອມໃຈກັນຕື່ນແຕ່ເຊົ້າ ເພື່ອກະກຽມເຄື່ອງໃສ່ບາດ, ນຸ່ງເຄື່ອງຕາມຮີດຄອງປະເພນີອັນດີງາມຂອງຊາດລາວ ໃນພິທີທາງສາສະໜາເລີ່ມດ້ວຍການໄຫ້ວພຣະຮັບສິນ, ໃສ່ບາດ, ຟັງເທດສະໜາ, ຢາດນໍ້າ ແລະ ຄາລະວະຮັບພອນ.
ທີ່ມາ: ສະຖານີວິທະຍຸ ເມືອງ ທ່າພະບາດ