ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ມວນຊົນ ນະຄອນຫລວງພະບາງ ອັງເຊີນ (ອາຣາດຖະນາ) ພະເຈົ້າໝ່ານ ລົງມາຫົດສົງ ເພື່ອຂໍພອນໃນໂອກາດປີໃໝ່ ໃນຕອນເຊົ້າຂອງວັນທີ 22 ເມສາ 2025, ເຊິ່ງພິທີດັ່ງກ່າວ ແມ່ນຈັດຂຶ້ນທຸກປີ ພາຍຫລັງສຳເລັດ ການສະເຫລີມສະຫລອງບຸນປີໃໝ່ລາວ ພສ 2568.
ທ່ານ ຄຳຕັນ ພວງສະຫວັດ ນາຍບ້ານຊຽງທອງ-ຄີລີ ໄດ້ໃຫ້ສຳພາດວ່າ: ສໍາລັບການຫົດສົງອົງພະເຈົ້າໝ່ານ ປີນີ້ ຈະດໍາເນີນຈົນຮອດຕອນແລງຂອງວັນທີ 26 ເມສາ 2025. ພະເຈົ້າໝ່ານ ເປັນອົງພະທີ່ສັກສິດອີກ 1 ອົງ ທີ່ປະຊາຊົນແຂວງຫລວງພະບາງ ໃຫ້ການເຄົາລົບບູຊາ ໂດຍພິທີໄດ້ເລີ່ມຈາກພະເຖຣະ ນຳພາພຸດທະສາຊະນິກະຊົນ ກ່າວຄຳອາຣາດຖະນາພະເຈົ້າໝ່ານ ຈາກຫໍພະໝ່ານ ລົງມາປະດິດສະຖານທີ່ຫໍສົງຂອງວັດຊຽງທອງ. ຈາກນັ້ນ ໄດ້ມີພິທີແຫ່ອ້ອມພັດທະສີມມາ 3 ຮອບ ແລ້ວອັງເຊີນພະເຈົ້າໝ່ານຂຶ້ນປະທັບໃນຫໍສົງ ພ້ອມນີ້, ພະສົງ-ສາມະເນນ ໄດ້ນຳພາພຸດທະສາຊະນິກະຊົນ ກ່າວຄຳຄາລະວະ ແລະ ດຳເນີນການຫົດສົງຢ່າງເປັນທາງການ. ນອກຈາກນີ້, ຍັງມີການຈັດຕັ້ງກອງບຸນ 84.000 ພະທໍາມະຂັນ ປະຈໍາປີ 2025 ທີ່ວັດຊຽງທອງຕື່ມອີກ ແລະ ຂໍເຊີນຊວນມວນຊົນ ຫລວງພະບາງ ພ້ອມດ້ວຍແຂກທັງພາຍໃນ ແລະ ຕ່າງປະເທດ ໄປຮ່ວມຫົດສົງພະເຈົ້າໝ່ານ ແລະ ຮ່ວມອະນຸໂມທະນາບຸນ ຕາມກຳລັງສັດທາ.
ພະເຈົ້າໝ່ານ ໄດ້ສ້າງດ້ວຍ ທອງຄຳເນື້ອນົບພະເກົ້າ ຫລື ຄຳເນື້ອເກົ້າ ເປັນຄຳທີ່ງົດງາມ ແລະ ສູງຄ່າທີ່ສຸດ ປະດັບດ້ວຍອັນຍະມະນີນົບພະເກົ້າ ນ້ຳດີທີ່ສຸດທັ້ງ 9 ສີ ບໍລິເວນເຂັມຂັດສ້ອຍສັງວານ ຊາຍໄຫວ ແລະ ເຄື່ອງຊົງທັງອົງ, ສ້າງຂຶ້ນໂດຍຄົນປະເທດມຽນມາ ນັບແຕ່ປີພຸດທະສັກກະລາດ 2493 ຈົນມາເຖິງປັດຈຸບັນ. ຜະໜັງດ້ານຫລັງວິຫານດ້ວຍສີບົວ ປະດັບດ້ວຍແວ່ນສີ ສະແດງເຖິງວິຖີຊີວິດຂອງຜູ້ຄົນ ມີຄວາມສວຍງາມແບບພື້ນບ້ານ ທີ່ເປັນເອກະລັກຂອງຫລວງພະບາງ ແລະ ອັງເຊີນອອກມາພຽງ 3 ຫາ 7 ວັນ ເພື່ອຫົດສົງ ໂອກາດບຸນປີໃໝ່ລາວເທົ່ານັ້ນ, ແຕ່ຍາມໃດ ຝົນບໍ່ຕົກ ບ້ານເມືອງແຫ້ງແລ້ງ ຈະທຳການອັງເຊີນພະເຈົ້າໝ່ານ ອອກມາສົງນ້ຳ ຝົນກໍຈະຕົກຄືກັບປະຕິຫານ, ດ້ວຍເຫດນັ້ນ ໃນໂອກາດບຸນປີໃໝ່ທຸກປີ ຊາວຫລວງພະບາງ ຈະມີການອັງເຊີນພະເຈົ້າໝ່ານ ລົງມາໃຫ້ປະຊາຊົນຫົດສົງນ້ຳ ແລະ ກາບໄຫ້ວເປັນປະຈຳທຸກປີ.






