ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມສ ແກ່ນທ້າວ ສະຫລອງວັນຄູແຫ່ງຊາດ ຄົບຮອບ 31 ປີ

Oct 6, 2025

ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ໂຮງຮຽນມັດທະຍົມສົມບູນ ແກ່ນທ້າວ ເມືອງແກ່ນທ້າວແຂວງໄຊຍະບູລີ ສະເຫລີມສະຫລອງວັນຄູແຫ່ງຊາດ ຄົບຮອບ 31 ປີ (7 ຕຸລາ 1994-7 ຕຸລາ 2025) ໃນທ້າຍອາທິດຜ່ານມາ ໂດຍມີ ທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງ, ມີ ຫ້ອງການ, ກົມກອງ, ອົງການຈັດຕັ້ງ, ຄະນະພັດທະນາການສຶກສາຂັ້ນບ້ານ, ຄູ-ອາຈານ, ຄະນະສະມາຄົມພໍ່ແມ່ນັກຮຽນ, ຜູ້ປົກຄອງນັກຮຽນ ແລະ ນັກຮຽນເຂົ້າຮ່ວມ.
ໃນພິທີ ຜູ້ເຂົ້າຮ່ວມ ໄດ້ຮັບຟັງປະຫວັດຄວາມເປັນມາ ຂອງວັນຄູແຫ່ງຊາດf ຮັບຊົມການສະແດງສິລະປະ, ການເສບດົນຕີລາວເດີມ ປະກອບບົດຟ້ອນ, ຮ້ອງເພັງຂອງນ້ອງນັກຮຽນ ແລະ ຄູອາວຸໂສບໍານານ ດ້ວຍບັນຍາກາດເບີກບານມ່ວນຊື່ນ. ພ້ອມນີ້, ຍັງມີການປະກວດການເຮັດຂັນໜາກເບງ ຂອງນ້ອງນັກຮຽນ ແຕ່ຊັ້ນມ1-ມ7 ແລະ ຕາງໜ້ານ້ອງນັກຮຽນໄດ້ອ່ານສານອອຍພອນ ເພື່ອສະແດງຄວາມກະຕັນຍູ, ຮູ້ບຸນຄຸນຕໍ່ຄູ-ອາຈານ.
May be an image of 5 people, people dancing and people performing martial arts May be an image of 7 people, temple and text
ໂອກາດນີ້, ທ່ານ ສີຄານ ແກ່ນມະນີ ໄດ້ກ່າວວ່າ: ການສະເຫລີມສະຫລອງວັນຄູແຫ່ງຊາດ ກໍເພື່ອໃຫ້ທຸກຄົນໄດ້ທົບທວນຄືນຄຸນງາມຄວາມດີຂອງຄູ-ອາຈານ ທີ່ມີຕໍ່ປະເທດຊາດ ກໍຄືມວນມະນຸດ, ທັງເປັນການສ້າງເງື່ອນໄຂໃຫ້ທຸກຄົນໃນສັງຄົມ ໄດ້ສະແດງຄວາມກະຕັນຍູ, ກະຕະເວທີ ຕໍ່ຄູທີ່ພວມສິດສອນ ແລະ ຄູອາວຸໂສບຳນານ ດ້ວຍຮູບການຕ່າງໆເຊັ່ນ: ໄປຢ້ຽມຢາມຖາມຂ່າວ, ປະກອບສ່ວນວັດຖຸປັດໄຈ, ປະກອບຄຳເຫັນ ເພື່ອພັດທະນາໂຮງຮຽນທີ່ຕົນເອງເຄີຍສຶກສາຮໍ່າຮຽນ ຕາມເງື່ອນໄຂຕົວຈິງແຕ່ລະບຸກຄົນ ແລະ ແຕ່ລະພາກສ່ວນ, ເຊິ່ງພັກ ແລະ ລັດຖະບານລາວ ໄດ້ກໍານົດໃຫ້ມີວັນຄູແຫ່ງຊາດ ໂດຍກໍານົດເອົາວັນເຂົ້າຮັບລາດຖະການຂອງນາຍຄູຄຳ ເຊິ່ງແມ່ນຄູຜູ້ມີສັນຊາດລາວ ຄົນທຳອິດໃນປີ 1907 ແລະ ຈັດຕັ້ງສະເຫລີມສະຫລອງນັບແຕ່ວັນທີ 7 ຕຸລາ 1994 ເປັນຕົ້ນມາ.
May be an image of 10 people, table and text May be an image of 6 people and text
ທ່ານ ສີຄານ ແກ່ນມະນີ ຍັງໄດ້ຮຽກຮ້ອງມາຍັງຄູ ແລະ ຜູ້ບໍລິຫານການສຶກສາ-ກິລາ ເພີ່ມຄວາມເອົາໃຈໃສ່ຮັກສາມູນເຊື້ອຮັກອາຊີບແພງເດັກ ແລະ ມີຄວາມອົດທົນຜ່ານຜ່າຂໍ້ຫຍຸ້ງຍາກ, ຍົກສູງຄຸນນະພາບການສຶກສາ, ການຮຽນ-ການສອນ ໃຫ້ໄດ້ມາດຕະຖານ, ເອົາໃຈໃສ່ພັດທະນາຕົນເອງທາງດ້ານທິດສະດີການເມືອງ, ວິຊາສະເພາະ, ຄອມພິວເຕີ, ພາສາຕ່າງປະເທດ ແລະ ຕັ້ງໜ້າສະສົມຜົນງານ ເພື່ອໃຫ້ໄດ້ຕໍາແໜ່ງວິຊາການຄູ, ເປັນແບບຢ່າງນໍາໜ້າໃນການປະກອບສ່ວນພັດທະນາ ເສດຖະກິດ-ສັງຄົມ ສົມກັບສົມຍານາມທີ່ວ່າ: “ຄູຄືແມ່ພິມຂອງຊາດ” ແລະ “ຄູເປັນຄົນຂອງພັກ” ຢ່າງແທ້ຈິງ, ເອົາໃຈໃສ່ປະຕິບັດກົດໝາຍວ່າດ້ວຍການສຶກສາ ແລະ ຈັນຍາບັນຂອງຄູຢ່າງເຂັ້ມງວດ, ຕັ້ງໜ້າຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດຖະບານ, ນິຕິກໍາຕ່າງໆ ໃຫ້ເປັນຮູບປະທໍາ, ສະກັດກັ້ນແກ້ໄຂບັນບັນຫາຢາເສບຕິດ, ການມົ້ວສຸມນ້ຳກະທ່ອມ, ຄໍລາເຈັນ, ບັນຫາໄພສັງຄົມຊູ້ສາວ, ອາລະວາດຕີກັນ ແລະ ບັນຫາປະກົດການຫຍໍ້ທໍ້ ໃນຂົງເຂດການສຶກສາ ກໍຄືໂຮງຮຽນໃຫ້ໄດ້ໂດຍພື້ນຖານ, ສືບຕໍ່ຈັດຕັ້ງປະຕິບັດ 3 ຂໍ້ແຂ່ງຂັນ ຂະແໜງການສຶກສາ-ກິລາ ຕິດພັນກັບຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ເປັນການກະທໍາຕົວຈິງ.