ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມອບຕຳແໜ່ງວິຊາການຄູບໍ່ປະຈຳ ແລະ ປະລິນຍາເອກ ກິດຕິມະສັກ ໃຫ້ການນຳ ແລະ ອາດີດການນຳຂັ້ນສູງ

Sep 4, 2026

ໃນຕອນເຊົ້າ 4 ກັນຍາ 2026 ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີມອບ-ຮັບຕຳແໜ່ງວິຊາການຄູບໍ່ປະຈຳ ຂັ້ນສາສະດາຈານກິດຕິມະສັກ, ສາສະດາຈານພິເສດ ແລະ ປະລິນຍາເອກກິດຕິມະສັກ ຂຶ້ນຢ່າງເປັນທາງການ ທີ່ສະໂມສອນສະຖາບັນຂົງຈື ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ບັນດາທ່ານ ລັດຖະມົນຕີ, ຜູ້ອຳນວຍການໃຫຍ່ ມຊ, ປະທານ-ຮອງປະທານສະພາ ມຊ ພ້ອມດ້ວຍບັນດາທ່ານ ຄະນະອຳນວຍການ ມຊ, ຫົວໜ້າກົມ, ຄະນະກຳມະການສະພາ, ຄະນະບໍລິຫານງານ, ບັນດາທ່ານ ທີ່ໄດ້ຮັບຕຳແໜ່ງກິດຕິມະສັກ, ຄູ-ອາຈານ, ນັກຄົ້ນຄວ້າ, ນັກສຶກສາ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ.

ໂດຍການຄົ້ນຄວ້າ ຂອງມະຫາວິທະຍາໄລແຫ່ງຊາດ ຕໍ່ຜົນງານຂອງບັນດາທ່ານ ທີ່ໄດ້ອຸທິດກຳລັງກາຍ, ກຳລັງໃຈ, ສະຕິປັນຍາ ແລະ ຄວາມຮູ້-ຄວາມສາມາດ ເຂົ້າໃນພາລະກິດສ້າງສາພັດທະນາປະເທດຊາດ ໂດຍສະເພາະ ຂົງເຂດການສຶກສາ, ການພັດທະນາວິທະຍາສາດ ແລະ ຊັບພະຍາກອນມະນຸດ. ສະນັ້ນ, ສະພາມະຫາວິທະຍາໄລແຫ່ງຊາດ ໄດ້ຕົກລົງມອບຕຳແໜ່ງວິຊາການຄູບໍ່ປະຈຳ ໃຫ້ແກ່ບັນດາທ່ານ ທີ່ມີຜົນງານດັ່ງກ່າວໃນຄັ້ງນີ້ ຈໍານວນ 6 ທ່ານ, ໃນນັ້ນ: ຂັ້ນສາສະດາຈານກິດຕິມະສັກ ຈໍານວນ 2 ທ່ານ ຄື: ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແລະ ທ່ານ ສົມມາດ ພົນເສນາ, ອະດີດຮອງປະທານສະພາແຫ່ງຊາດ; ຂັ້ນສາສະດາຈານພິເສດ ຈຳນວນ 2 ທ່ານ ຄື: ທ່ານ ຮສ. ປອ. ຄໍາຜາດ ສຸລິນພູມີ ຄະນະຊັບພະຍາກອນນ້ຳ, ມຊ ແລະ ທ່ານ ຮສ. ປອ. ທອງວັນ ສິຣິວັນ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມຊ; ຂັ້ນປະລິນຍາເອກກິດຕິມະສັກ ຈໍານວນ 2 ທ່ານ ຄື: ທ່ານ ວຽງທະວີສອນ ເທບພະຈັນ, ປະທານອົງການກວດສອບແຫ່ງລັດ ແລະ ທ່ານ ໂອ ມຽງ, ປະທານສະມາຄົມມິດຕະພາບ ລາວ-ເກົາຫຼີ.

ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດມີຄໍາເຫັນຕໍ່ພິທີ ໂດຍສະແດງຄວາມປິຕິຍິນດີ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຢ້ຽມຢາມສະຖາບັນຂົງຈື, ມະຫາວິທະຍາໄລແຫ່ງຊາດ ເຊິ່ງເປັນສະຖາບັນການສຶກສາຂັ້ນສູງອັນດັບໜຶ່ງຂອງຊາດ, ເປັນຄັງຊັບສົມບັດທາງດ້ານສະຕິປັນຍາ, ແຫຼ່ງຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ ທີ່ເປັນເສົາຄໍ້າສຳຄັນ ໃນການກຳນົດອະນາຄົດຂອງກຳລັງຄົນ ແລະ ຄວາມຈະເລີນຮຸ່ງເຮືອງຂອງປະເທດຊາດ. ພ້ອມກັນນັ້ນ, ໃນໂອກາດທີ່ ມະຫາວິທະຍາໄລແຫ່ງຊາດ ກຳລັງກະກຽມສະເຫຼີມສະຫຼອງວັນສ້າງຕັ້ງ ຄົບຮອບ 30 ປີ ໃນທ້າຍປີ 2026 ນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈ ທີ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໄດ້ກໍານົດວ່າ: “ພັດທະນາວຽກງານສຶກສາໃຫ້ທົ່ວເຖິງ, ມີຄຸນນະພາບ ເພື່ອຮອງຮັບການພັດທະນາປະເທດຊາດ ແລະ ເຊື່ອມໂຍງກັບສາກົນ”, ພ້ອມທັງ ຍືດໝັ້ນຄຸນນະພາບ, ປັບຕົວໃຫ້ທັນຍຸກທັນສະໄໝ ແຕ່ຕ້ອງຮັກສາ 3 ລັກສະນະ ແລະ 5 ຫຼັກມູນຂອງການສຶກສາ, ສ້າງຄົນທີ່ມີຄຸນສົມບັດສິນທຳປະຕິວັດ ແລະ ມີຄວາມຮູ້ສູງ; ປະຕິຮູບຫຼັກສູດ ໃຫ້ທັນສະໄໝ, ສອດຄ່ອງກັບຕະຫຼາດແຮງງານ, ເສດຖະກິດດີຈິຕອນ ແລະ ເຕັກໂນໂລຊີປັນຍາປະດິດ (AI); ເນັ້ນການວິໄຈ ໄປຕາມທິດ ຫັນຈາກ “ຄົ້ນຄວ້າ ເພື່ອມີຜົນງານ” ໄປສູ່ “ຄົ້ນຄວ້າ ເພື່ອສ້າງຜົນກະທົບ” ເພື່ອສາມາດນຳໄປໃຊ້ໄດ້ຕົວຈິງ ແລະ ຮອງຮັບການຂ້າມຜ່ານອອກຈາກສະຖານະປະເທດດ້ອຍພັດທະນາ; ສ້າງມະຫາວິທະຍາໄລດີຈີຕອນ (Digital University) ໂດຍເລັ່ງລົງທຶນໃນວຽກງານເຕັກໂນໂລຊີ, ຫ້ອງຮຽນ/ຫໍສະໝຸດອັດສະລິຍະ ແລະ ສິ່ງອຳນວຍຄວາມສະດວກ; ສືບຕໍ່ຮ່ວມມືກັບສາກົນ ໂດຍສົ່ງເສີມສ້າງຄວາມສຳພັນ ແລະ ຍາດແຍ່ງເອົາການສະໜັບສະໜູນຈາກບັນດາປະເທດເພື່ອນມິດ.

ຂ່າວ ແລະ ພາບ: ກົມປະຊາສຳພັນ, ຫສນຍ.