ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຕອນເຊົ້າວັນທີ 17 ມັງກອນ 2023. ໜ່ວຍສະພາທະນາຍຄວາມເມືອງຈັນທະບູລີນະຄອນຫູວງວຽງຈັນ ໄດ້ຈັດພິທີມອບ-ຮັບປ້າຍຢ່າງເປັນທາງການ ຈາກຫ້ອງການສະພາທະນາຍຄວາມນະຄອນຫຼວງວຽງຈັນ ການມອບຮັບປ້າຍຄັ້ງນີ້ ໂດຍທ່ານພັນມະຫາ ມິ່ງບຸບຜາ ຫົວໜ້າຫ້ອງການສະພາທະນາຍຄວາມນະຄອນຫຼວງວຽງຈັນ ຮັບໂດຍທ່ານນາງລິດນາລົງ ພົນເສນາ ຫົວໜ້າໜ່ວຍສະພາທະນາຄວາມປະຈຳເມືອງຈັນທະບູລີ ໂດຍມີ ທ່ານເກດ ກຽດຕິສັກ ປະທານທີ່ປຶກສາສະພາທະນາຍຄວາມ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານນາງລິດນາລົງ ພົນເສນາ ຫົວໜ້າໜ່ວຍສະພາທະນາຄວາມປະຈຳເມືອງຈັນທະບູລີກ່າວວ່າ: ການສ້າງຕັ້ງຫ້ອງການສະພາທະນາຄວາມປະຈຳເມືອງຈັນທະບູລີ ແນໃສ່ເພື່ອຄຸ້ມຄອງຊ່ວຍເຫຼືອດ້ານກົດໝາຍແກ່ປະຊາຊົນພາຍໃນເມືອງຈັນທະບູລີ ໃຫ້ສາມາດເຂົ້າເຖິງລະບົບຍຸຕິທຳສະດວກສະບາຍຫຼາຍຂື້ນ, ລວມທັງຜູ້ດ້ອຍໂອກາດ ຂາດກຳລັງຊັບກໍ່ສາມາດເຂົ້າເຖິງລະບົບຍຸຕິທຳໄດ້. ໂດຍຫ້ອງການສະພາທະນາຍຄວາມເມືອງຈັນທະບູລີຂອງພວກເຮົາ ຍິນດີໃຫ້ການຊ່ວຍເຫລືອ ເຮັດແນວໃດຈະໃຫ້ປະຊາຊົນໄດ້ເຂົ້າເຖິງຂະບວນການຍຸດຕິທຳ ນອກຈາກນັ້ນໃນອະນາຄົດ ຈະເຊີນນາຍບ້ານຈາກບ້ານຕ່າງໆ ທົ່ວເມືອງຈັນທະບູລີ ປະມານ 20 ກວ່າບ້ານ ເຂົ້າຮ່ວມເພື່ອໃຫ້ປະຊາຊົນຮູ້ການເຄື່ອນໄຫວກິດຈະກຳຕ່າງໆ ໂດຍສະພາທະນາຍຄວາມຍິນດີ ໃຫ້ຄໍາປຶກສາ ໃຫ້ທິດຊີ້ນຳ ອະທິບາຍໃຫ້ເຂົ້າໃຈກົດຫມາຍແບບງ່າຍ.
ທ່ານນາງລິດນາລົງ ພົນເສນາໃຫ້ຮູ້ຕື່ມວ່າ: ຫ້ອງການໜ່ວຍທະນາຍຄວາມປະຈຳເມືອງຈັນທະບູລີ ຕັ້ງຢູ່ບ້ານດອນແດງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ມີພະນັກງານທັງໝົດ 34 ຄົນຍິງ 14 ຄົນ ໃນນັ້ນມີທະນາຍຄວາມ 3 ຄົນ, ຜູ້ຊວ່ຍ 9 ຄົນ.