ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມອບພາຫະນະ​-ອຸປະກອນ​ ໃຫ້ແຂວງຈໍາປາສັກ

Jul 27, 2025

ວັນທີ 26 ກໍລະກົດ 2025, ກະຊວງກະສິກຳ ແລະ ສິ່ງ ແວດລ້ອມ ໄດ້ມອບພາຫະນະ ແລະ ອຸປະກອນຮັບໃຊ້ ໃຫ້ແຂວງຈໍາປາສັກ ເພື່ອຈັດຕັ້ງປະຕິບັດໂຄງການສ້າງຄວາມເຂັ້ມແຂງໃນການເສີມຂະຫຍາຍການປັບຕົວຕໍ່ໄຟປ່າ, ການປັບປຸງຊີວິດການເປັນຢູ່ຂອງຊຸມຊົນທ້ອງຖິ່ນ ແລະ ການເຊື່ອມໂຍງການຕະຫຼາດ.​ ​ໃຫ້ກຽດ​ມອບໂດຍ​ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມເປັນກຽດຮັບໂດຍທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ.​
May be an image of service vehicle and text
ພາຫະນະ ແລະ ອຸປະກອນ​ ທີ່ມອບໃຫ້ແຂວງຈໍາປາສັກຄັ້ງນີ້​ ປະກອບມີ​ ລົດດັບເພິງ 1 ຄັນ,​ ມີຫ້ອງຄວບຄຸມ ພ້ອມດ້ວຍເສົາສັນຍານຕິດຕາມໄຟປ່າ 2 ຊຸດ,​ ຊຸດບັ້ງສີດນໍ້າ 100 ໜ່ວຍ,​ ວິທະຍຸສື່ສານ 3 ຊຸດ,​ ຄອມພີວເຕີຕັ້ງໂຕະ 6 ຊຸດ ລວມມູນຄ່າພາຫະນະ ແລະ ອຸປະກອນທີ່ໄດ້ນໍາມາມອບຄັ້ງນີ້ ຈໍານວນ 145.165 ໂດລາ ໂດຍໄດ້ຮັບສະໜັບສະໜູນຈາກອົງການຮ່ວມມືປ່າໄມ້ອາຊີ​ ແລະ​ ກົມປ່າໄມ້ ເປັນຝ່າຍຂົນຂວຍຂໍການຊ່ວຍເຫຼືອດັ່ງກ່າວ.
May be an image of 7 people and text
ທີ່ມາ: ຈຳປາໃໝ່