ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມອບພາຫະນະ ເພື່ອຮັບໃຊ້ເຂົ້າໃນວຽກສະໜາມກໍາຈັດຂີ້ເຫຍື້ອ ໃຫ້ ອພບຕ ເມືອງທ່າແຂກ

Nov 18, 2024

ພິທີ ມອບ-ຮັບ ພາຫະນະ ແລະ ກົນຈັກ ເພື່ອຮັບໃຊ້ເຂົ້າໃນວຽກສະໜາມກໍາຈັດຂີ້ເຫຍື້ອ (PS-CW03) ຂອງໂຄງການພັດທະນາຕົວເມືອງຕາມແລວທາງອະນຸພາກພື້ນແມ່ນໍ້າຂອງ4 (GMS4) ຈັດຂຶ້ນໃນວັນທີ 18 ພະຈິກ 2024 ທີ່ຫ້ອງການອົງການພັດທະນາ ແລະ ບໍລິຫານຕົວເມືອງ (ອພບຕ) ເມືອງທ່າແຂກ, ເປັນກຽດກ່າວມອບໂດຍ ທ່ານ ສຸທັດ ສຸມາລີ ຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງແຂວງ, ຮັບໂດຍ ທ່ານ ແກ້ວລັນດອນ ຈັນທະປານີ ເຈົ້າເມືອງທ່າແຂກ, ມີບັນດາອົງການຈັດຕັ້ງ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮວ່ມ.
ພາຫະນະທີ່ນໍາມາມອບໃນຄັ້ງນີ້ປະກອບມີ: ລົດບັນທຸກຂີ້ເຫຍື້ອແບບອັດແໜ້ນ 5 ໂຕນ 1 ຄັນ, ລົດບັນທຸກຂີ້ເຫຍື້ອແບບອັດແໜ້ນ 15 ໂຕນ 1 ຄັນ, ລົດຈົກດິນ 1 ຄັນ, ລົດຢູ້ດິນ 20 ໂຕນ 1 ຄັນ ແລະ ລົດດ້າມແກ່ດິນ 12 ໂຕນ 1 ຄັນ, ລວມມູນຄ່າ 19 ຕື້ກວ່າກີບ, ໂອກາດນີ້ ທ່ານ ສຸທັດ ສຸມາລີ ຍັງໄດ້ກ່າວສະແດງຄວາມຂອບໃຈມາຍັງທະນາຄານພັດທະນາອາຊີ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ ທີ່ໄດ້ໃຫ້ທຶນຊ່ວຍເຫຼືອ ແລະ ມີຄວາມພະຍາຍາມຊອກຫາແຫຼ່ງທຶນ ມາຊ່ວຍພັດທະນາປັບປຸງພື້ນຖານໂຄງລ່າງສິ່ງແວດລ້ອມ ຂອງຕົວເມືອງທ່າແຂກ, ໃນຕໍ່ໜ້າຫວັງຢ່າງຍິ່ງວ່າທາງທະນາຄານຍັງຈະສືບຕໍ່ໃຫ້ການຊ່ວຍເຫືອແກ່ຕົວເມືອງອື່ນໆ ພາຍໃນແຂວງຄຳມ່ວນ ຕື່ມອີກ.