ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມອບລາງວັນຄຸນນະພາບແຫ່ງຊາດ ໃຫ້ 12 ໂຮງງານຂອງລາວ

Oct 3, 2024

ກົມມາດຕະຖານ ແລະ ວັດແທກ ກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ມອບລາງວັນຄຸນນະພາບແຫ່ງຊາດ Laos Quality Award 2024 ໃຫ້ຜູ້ປະກອບການ 12 ບໍລິສັດຂອງລາວທີ່ຜ່ານມາດຕະຖານແຫ່ງຊາດ ທີ່ຄັດເລືອກຈາກ 100 ກວ່າບໍລິສັດແຖວໜ້າຂອງປະເທດ.
ພິທີດັ່ງກ່າວຈັດຂຶ້ນໃນວັນທີ 2 ຕຸລາ 2024 ທີ່ສູນການຄ້າລາວໄອເຕັກ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຄ, ທ່ານ ນາງ ວັນສຸກ ແສງພະວັນ ຮອງລັດຖະມົນຕີ ກະຊວງ ອຄ, ທ່ານ ນາງ ວັນທະຈອນ ວົງໄຊ ຮອງປະທານ ສຄອຊ. ມີຕາງໜ້າຈາກທາງພາກລັດ-ພາກທຸລະກິດ ເຂົ້າຮ່ວມ.
ທ່ານ ວຽງທອງ ວົງທະວິໄລ ຫົວໜ້າກົມມາດຕະຖານ ແລະ ວັດແທກ ໄດ້ກ່າວວ່າ: ຈຸດປະສົງການຈັດງານໃນຄັ້ງນີ້ ເພື່ອເປັນການຜັນຂະຫຍາຍເນື້ອໃນຕາມທິດຊີ້ນຳຂອງລັດຖະບານ ໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ການຜັນຂະຫຍາຍຂໍ້ຕົກລົງ 91/ນຍ ແລະ ແຈ້ງການເລກທີ1288/ຫສນຍ, ໂດຍສະເພາະແມ່ນການຊຸກຍູ້ສົ່ງເສີມໃຫ້ມີການຜະລິດພາຍໃນ, ຊົມໃຊ້ພາຍໃນ,ໃຫ້ກ້າວໄປສູ່ການສົ່ງອອກ ແລະ ຈຳກັດການນຳເຂົ້າ; ເພື່ອເປັນການສະໜັບສະໜູນ ການນຳເອົາແນວທາງ ລາງວັນຄຸນນະພາບແຫ່ງຊາດ ໄປໃຊ້ໃນການປັບປຸງຄວາມສາມາດໃນການແຂ່ງຂັນ; ເພື່ອເປັນການຍ້ອງຍໍສັນລະເສີນໃຫ້ແກ່ບໍລິສັດ, ໂຮງງານ ທີ່ດຳເນີນການຜະລິດ ໂດຍປະສົບຜົນສຳເລັດຕາມມາດຕະຖານແຫ່ງຊາດ, ພາກພື້ນ ແລະ ສາກົນ; ເພື່ອເປັນການກະຕຸ້ນໃຫ້ມີການຮຽນຮູ້ ແລະ ແລກປ່ຽນວິທີການຜະລິດ ແລະ ຄວບຄຸມຄຸນນະພາບ ທີ່ເປັນເລີດ; ເພື່ອສະແດງໃຫ້ພາກພື້ນ ແລະ ສາກົນ ເຫັນໄດ້ເຖິງຄວາມມຸ່ງໝັ້ນ ໃນການຍົກລະດັບມາດຕະຖານໃຫ້ມີຄວາມເປັນເລີດ ໃນການບໍລິການຫານຈັດການ ທາງດ້ານມາດຕະຖານ ແລະ ຄຸນນະພາບ.
ສຳລັບການຄັດເລືອກເອົາຫົວໜ່ວຍ ເຂົ້າຮ່ວມແຂ່ງຂັນ ແລະ ພິຈາລະນາຄັດເລືອກລາງວັນ ຄຸນນະພາບແຫ່ງຊາດ ໃນຄັ້ງນີ້ມີ ບໍລິສັດເຂົ້າຮ່ວມຄັດເລືອກຫຼາຍກ່ວາ 100 ບໍລິສັດ ເຊິ່ງປະກອບມີຫຼາຍຂົງເຂດຜະລິດຕະພັນເຊັ່ນ: ຂົງເຂດຜະລິດຕະພັນ ວັດສະດຸການກໍ່ສ້າງ, ຂົງເຂດຜະລິດຕະພັນອາຫານ ແລະ ເຄື່ອງດື່ມ, ຂົງເຂດຜະລິດຕະພັນກະສິກຳ ແລະ ຂົງເຂດອື່ນໆ.
ຜ່ານການລົງຊຸກຍູ້, ຕິດຕາມ, ກວດກາ ແລະ ປະເມີນຂອງກົມມາດຕະຖານ ແລະ ວັດແທກ ຮ່ວມກັບພະແນກ ອຄ ແຂວງ ແລະ ຄະນະກຳມະການເຕັກນິກ ແຫ່ງຊາດ ໃນປີ 2024 ໂດຍອີງໃສ່ມາດຖານ, ເງື່ອນໄຂ ແລະ ລະບຽບການ ເຊັ່ນ, ການວາງແຜນຍຸດທະສາດ, ນະໂຍບາຍຕໍ່ລູກຄ້າ ແລະ ຕະຫຼາດ, ການຂຶ້ນທະບຽນ ແລະ ການນຳໃຊ້ກາໝາຍມາດຕະຖານຜະລິດຕະພັນສິນຄ້າ, ການກວດສອບຄຸນນະພາບ ຜະລິດຕະພັນສິນຄ້າ, ການຄຸ້ມຄອງ ແລະ ພັດທະນາແຮງງານ, ການບໍລິຫານໃນການຈັດຕັ້ງປະຕິບັດວຽກງານ ແລະ ໝາກຜົນຂອງການເຄື່ອນໄຫວ.
ຜ່ານການຄັດເລືອກສາມາດເລືອກໄດ້ບໍລິສັດທີ່ໄດ້ຮັບລາງວັນຄຳ 8 ບໍລິສັດ ໄດ້ແກ່: ບໍລິສັດ ວຽງຈັນຫົງຊື້ໃສທິລາດຊີມັງ ຈໍາກັດ, ບໍລິສັດ ຄຳມ່ວນຊີມັງ ຈໍາກັດ, ບໍລິສັດ ຄຸນຄໍາສະຕຣີອິນດັສທຣີ ຈຳກັດ, ບໍລິສັດ ນະຄອນຫຼວງອຸດສາຫະກຳເຫຼັກ ຈຳກັດ, ໂຮງງານ ອຸດສາຫະກຳ ໂຕໂຢລາວ ຈຳກັດຜູ້ດຽວ, ບໍລິສັດ ທໍ່ນ້ຳລາວ ເທັກໂນໂລຊີ ຈໍາກັດຜູ້ດຽວ, ໂຮງງານ ຜະລິດກະເບື້ອງກາສິ່ງ ຈຳກັດ ແລະ ບໍລິສັດ ເບຍລາວ ຈໍາກັດ.
ບໍລິສັດທີ່ໄດ້ຮັບລາງວັນເງິນ 4 ບໍລິສັດໄດ້ແກ່: ໂຮງງານ ຜະລິດນໍ້າດື່ມ ແລະ ນ້ຳກ້ອນ ໂລມາຄຳ ສ່ວນບຸກຄົນ, ບໍລິສັດ ນ້ຳຕານມິດລາວ ຈຳກັດ, ບໍລິສັດ ຊີມັງລາວ-ສະຫັວນນະເຂດ ຈໍາກັດ ແລະ ບໍລິສັດ ວຸງຢາອິຊີ ຊີມັງລາວ ຈຳກັດ.
ທ່ານກ່າວວ່າ: ການມອບລາງວັນຄັ້ງນີ້ ເປັນການຊ່ວຍກະຕຸ້ນຊຸກຍູ້ ເສດຖະກິດພາຍໃນປະເທດ ເວົ້າລວມກໍຄື ພາກເອກະຊົນ ໂດຍສະເພາະເສດຖະກິດ ມະຫາພາກ ໃຫ້ມີການຂະຫຍາຍຕົວເພີ່ມຂຶ້ນ; ບໍລິສັດ/ໂຮງງານ ທີ່ເຂົ້າຮ່ວມຄັດເລືອກລາງວັນຄຸນນະພາບ ແຫ່ງຊາດ ຈະໄດ້ຮັບຜົນປະໂຫຍດໃນທຸກຂັ້ນຕອນ ເຊິ່ງເລີ່ມຈາກການກວດກາປະເມີນຕົນເອງ ຜູ້ບໍລິຫານຈະຮັບຮູ້ເຖິງສະພາບທີ່ແທ້ຈິງ ວ່າລະບົບການບໍລິຫານຈັດການຂອງຕົນ ຍັງມີຂໍ້ບົກຜ່ອງໃນດ້ານໃດ ຈຶ່ງຈະສາມາດກໍານົດວິທີການ ແລະ ເປົ້າໝາຍທີ່ຊັດເຈນ ໃນການສ້າງແຜນດຳເນີນງານເມື່ອບໍລິສັດ/ໂຮງງານ ໄດ້ຈັດຕັ້ງປະຕິບັດຕາມແຜນຈົນບັນລຸເປົ້າໝາຍທີ່ວາງໄວ້ ມີຄວາມພ້ອມ ແລະ ຕັດສິນໃຈເຂົ້າຮ່ວມຄັດເລືອກລາງວັນ, ບໍລິສັດ/ໂຮງງານ ຈະໄດ້ຮັບການລົງຕິດຕາມກວດກາປະເມີນດ້ວຍລະບົບ ແລະ ຂະບວນການທີ່ມີປະສິດທິຜົນ ຈາກຄະນະກຳມະການເຕັກນິກແຫ່ງຊາດ ໃນແຕ່ລະຂົງເຂດຜະລິດຕະພັນ ເຊິ່ງປະກອບ ມາຈາກຫຼາຍຂະແໜງການ ທັງພາກລັດ ແລະ ເອກກະຊົນ.
ສຳລັບການກວດກາປະເມີນ ບໍລິສັດ/ໂຮງງານ ທີ່ໄດ້ຮັບ ຫຼື ບໍ່ໄດ້ຮັບລາງວັນ ຈະໄດ້ຮັບລາຍງານກ່ຽວກັບຈຸດດີ ແລະ ຈຸດທີ່ຄວນມີການປັບປຸງແກ້ໄຂ ເຊິ່ງຖືວ່າເປັນປະໂຫຍດຕໍ່ການນຳເອົາບັນຫາດັ່ງກ່າວ ໄປວາງແຜນປັບປຸງແກ້ໄຂ ບໍລິສັດ/ໂຮງງານ ໃຫ້ຄົບຖ້ວນສົມບູນຫຼາຍຂຶ້ນ, ບໍລິສັດ/ໂຮງງານ ທີ່ໄດ້ຮັບລາງວັນຄຸນນະພາບແຫ່ງຊາດ ຈະເປັນທີ່ຍອມຮັບຈາກອົງກອນຕ່າງໆທັງພາຍໃນ ແລະ ຕ່າງປະເທດ ແລະ ມີສິດໃຊ້ໂລ່ລາງວັນຄຸນນະພາບແຫ່ງຊາດ ເຊິ່ງບົ່ງບອກເຖິງຄວາມເປັນເລີດ ໃນລະບົບການບໍລິຫານຈັດການ ໃນການໂຄສະນາເຜີຍແຜ່ ບໍລິສັດ/ໂຮງງານຂອງຕົນ. ລວມທັງມີໂອກາດສົ່ງເສີມ ແລະ ສະໜັບສະໜູນການພັດທະນາຂີດຄວາມສາມາດໃນການແຂ່ງຂັນຂອງປະເທດ ໂດຍການນຳສະເໜີວິທີການຈັດຕັ້ງປະຕິບັດ ທີ່ນຳໄປສູ່ຄວາມສຳເລັດ ແລະ ເປີດໂອກາດ ໃຫ້ມີການເຂົ້າຢ້ຽມຊົມ ບໍລິສັດໂຮງງານ ເພື່ອເປັນແບບຢ່າງໃຫ້ແກ່ຜູ້ປະກອບການອື່ນໆ ນຳໄປປັບປຸງ ໃຫ້ປະສົບຜົນສຳເລັດເຊັ່ນດຽວກັນ.
ທີ່ມາ: ເສດຖະກິດການຄ້າ