ໃນທ້າຍອາທິດທີ່ຜ່ານມານີ້, ທີ່ນະຄອນຫຼວງວຽງຈັນ, ກະຊວງອຸດສາຫະກຳ ແລະ ການຄ້າ(ອຄ) ໄດ້ຈັດພິທີມອບລາງວັນອອກແບບຜະລິດຕະພັນລາວດີເດັ່ນ 2025, ໂດຍການເຂົ້າຮ່ວມຂອງທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງ ອຄ.
ທ່ານ ວີທູນ ສິດທິມໍລະດາ ຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກໍາ ໄດ້ກ່າວວ່າ:ໃນງານປະກວດອອກແບບຜະລິດຕະພັນລາວດີເດັ່ນ 2025ໄດ້ມີຜະລິດຕະພັນທັງໝົດ 19 ຜະລິດຕະ ພັນເຂົ້າຮ່ວມປະກວດ, ໃນນັ້ນ 7 ຜະລິດຕະພັນໄດ້ຮັບການຄັດ ເລືອກລວມມີ: ເຄື່ອງປະດັບເພັດພອຍ, ເຄື່ອງຫຸ້ມຫໍ່ຜະລິດຕະ ພັນ, ເຄື່ອງແຕ່ງກາຍດ້ວຍມື, ຫັດຖະກຳແຜ່ນແພຕົກແຕ່ງພາຍ ໃນເຮືອນ, ເສື້ອຜ້າຫັດຖະກຳສຳລັບທັງຍິງ ແລະ ຊາຍ.
ທ່ານຍັງໃຫ້ຮູ້ວ່າ: ເປົ້າໝາຍຂອງການມອບລາງວັນແມ່ນແນໃສ່ໃຫ້ຄວາມສຳຄັນດ້ານຄຸນນະພາບການຜະລິດ, ການນຳໃຊ້ວັດຖຸ ດິບ, ການໃຊ້ງານ, ແນວຄວາມຄິດຂອງການອອກແບບຜະລິດ ຕະພັນທີ່ສ້າງສັນ, ແລະ ຜົນກະທົບທີ່ດີຕໍ່ສິ່ງແວດລ້ອມ ແລະ ສັງຄົມ. ຜະລິດຕະພັນທີ່ໄດ້ຮັບສັນຍາລັກ ຈະຖືກສົ່ງເສີມໃຫ້ ເປັນທີ່ຍອມຮັບທັງພາຍໃນ ແລະ ຕ່າງປະເທດ.






