ພິທີມອບລາງວັນຮອນດາສໍາລັບນັກວິທະຍາສາດ ແລະ ວິສະວະກອນໜຸ່ມຢູ່ ສປປ ລາວ ປະຈໍາປີ 2024 ຈັດຂຶ້ນວັນທີ 16 ຕຸລາ 2024 ຢູ່ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ (LJI) ມະຫາວິທະຍາໄລແຫ່ງຊາດ (ມຊ) ໂດຍມີ ທ່ານ ຮສ ປອ ເດຊານຸລາດ ແສນດວງເດດ ວ່າການອະທິການບໍດີ ມຊ ທ່ານ ຫົງທອງ ຈັນທະວົງ ຮອງຫົວໜ້າກົມກິດຈະການນັກສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ) ທ່ານ Koizumi Tsutomu ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳລາວ ທ່ານ Miyako KOBAYASHI ຫົວໜ້າຫ້ອງ ການໄຈກາ ປະຈຳລາວ ທ່ານ Akira Kojima ຜູ້ອໍານວຍການມູນນິທິຮອນດາ ທ່ານ ປອ ພອນແກ້ວ ຈັນທະມາລີ ຜູ້ອຳນວຍການ LJI ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ປອ ພອນແກ້ວ ຈັນທະມາລີ ກ່າວວ່າ: ມູນນິທິຮອນດາ ສ້າງຕັ້ງໂຄງການລາງວັນຮອນດາສຳລັບນັກ ວິທະຍາສາດ ແລະ ວິສະວະກອນໜຸ່ມ ເພື່ອປູກຈິດສຳນຶກໃຫ້ຊາວໜຸ່ມໃນທົ່ວໂລກ ມີວິໄສທັດກວ້າງໄກ ມີແນວຄິດສັງສັນ ອົດທົນຜ່ານຜ່າບັນດາຂໍ້ຫຍຸ້ງຍາກ ແລະ ຮຽນຮູ້ຢ່າງຕໍ່ເນື່ອງ ເພື່ອໃຫ້ສາມາດບັນລຸຄວາມຝັນຂອງຕົນ ໃນການປະກອບສ່ວນພັດທະນາຊຸມຊົນ ແລະ ສັງຄົມແບບຍືນຍົງ ໂດຍຜ່ານການຈັດຕັ້ງປະຕິບັດພາລະກິດຂອງການຈັດຕັ້ງທີ່ຕົນສ້າງຂຶ້ນ ຫຼື ສັງກັດຢູ່ ດັ່ງທີ່ ທ່ານ ໂຊອິຈິ ໂຣະ ຮອນດາ ໄດ້ປະຕິບັດ ພ້ອມນີ້ຜູ້ທີ່ໄດ້ຮັບລາງວັນ ຕ້ອງປະກອບສ່ວນສົ່ງເສີມ-ແລກປ່ຽນດ້ານວິຊາການ ຂະຫຍາຍສາຍພົວພັນການຮ່ວມມື ແລະ ສົ່ງເສີມການແລກປ່ຽນວັດທະນະທຳຂອງສອງຊາດ ລາວ-ຍີ່ປຸ່ນ ພາຍໃຕ້ຈຸດປະສົງດັ່ງກ່າວ LJI ໂດຍການຊີ້ນຳຈາກທ່ານອະທິການບໍດີ ມຊ ແລະ ຄະນະກຳມະການຄັດເລືອກນັກສຶກສາເພື່ອຮັບລາງວັນ ຮ່ວມກັບຄະນະວິສະວະກຳສາດ (ຄວສ) ຄະນະຊັບພະຍາກອນນ້ຳ (ຄຊນ) ຄະນະວິທະຍາສາດທຳມະຊາດ (ຄວທ) ແລະ ຄະນະສະຖາປັດຕະຍະກຳສາດ (ຄສປ) ແລະ ກະຊວງ ສສກ ປຶກສາຫາລືກະກຽມຄັດເລືອກ ແລະ ດຳເນີນການຈັດຕັັງປະຕິບັດໄປຕາມແຜນທີ່ກຳນົດໄວ້ ນັບແຕ່ການໂຄສະນາ ແຈ້ງຂໍ້ມູນ ແລະ ຈັດປະຖົມນິເທດ ເພື່ອແຈ້ງຕາຕະລາງການຮັບສະໝັກແຕ່ເດືອນເມສາ 2024 ແລະ ຈັດສອບເສັງຄັດເລືອກດ້ວຍການຂຽນບົດຄວາມ ຫົວຂໍ້ສະເພາະໃດໜຶ່ງເປັນພາສາລາວ ຕົ້ນເດືອນກໍລະກົດ ແລະ ພາສາອັງກິດ ທ້າຍເດືອນກໍລະກົດ ສຳພາດເປັນພາສາອັງກິດ ວັນທີ 21 ສິງຫາ 2024 ເພື່ອຄັດເລືອກເອົານັກສຶກສາ 2 ຄົນທີ່ຈະໄດ້ຮັບລາງວັນໃນມື້ນີ້.
ປີ 2024 ເປັນປີທີ 17 ທີ່ ສປປ ລາວ ໄດ້ຈັດຕັ້ງປະຕິບັດໂຄງການຄັດເລືອກຜູ້ຮັບລາງວັນຮອນດາສຳ ລັບນັກວິທະຍາສາດ ແລະ ວິສະວະກອນໜຸ່ມຂອງມູນນິທິຮອນດາ ເຊິ່ງປີນີ້ຄະນະກຳມະການ ເຫັນດີເປັນເອກະພາບໃຫ້ນັກສຶກສາປີທີ 2 ເຂົ້າຮ່ວມແຂ່ງຂັນ ລວມມີປີ 2 3 4 5 ມີຜູ້ເຂົ້າຮ່ວມ 155 ຄົນ ຜ່ານການຄັດເລືອກ ແລະ ສອບເສັງຂຽນບົດຄວາມເປັນພາສາລາວ (ສອບເສັງຄັ້ງທີ 1) ມີຜູ້ເຂົ້າຮ່ວມ 40 ຄົນ ຍິງ 20 ຄົນ ສອບເສັງຂຽນບົດຄວາມເປັນພາສາອັງກິດ (ສອບເສັງຄັ້ງທີ 2) ມີຜູ້ເຂົ້າ ຮ່ວມ 20 ຄົນ ຍິງ 11 ຄົນ ສອບເສັງສຳພາດ (ສອບເສັງຄັ້ງທີ 3) ມີຜູ້ເຂົ້າຮ່ວມ 10 ຄົນ ຍິງ 7 ຄົນ ສາມາດຄັດເລືອກຜູ້ຊະນະເລີດ 2 ຄົນ ເພື່ອຮັບລາງວັນຄືນາງ ສີຣິທິດາ ພຸດທະຈັກ ຈາກພາກວິຊາວິສະວະກຳເຄມີ ແລະ ນາງ ສຸພາພອນ ທຳມະວົງສາ ຈາກພາກວິຊາວິສະວະກຳສິ່ງແວດລ້ອມ (ທັງສອງຄົນແມ່ນມາຈາກ ຄວສ) ໃນນີ້ໄດ້ຮັບໃບກຽດຕິຄຸນ ຫຼຽນລາງວັນ ແລະ ເງິນລາງວັນ ຜູ້ລະ 3.000 ໂດລາສະຫະລັດ.
ທີ່ມາ: ວຽງຈັນໃໝ່






