ມອບລົດກູ້ໄພ ໃຫ້ອົງການກາແດງ ແຂວງ ຜົ້ງສາລີ
ໃນວັນທີ 29 ເມສາ 2024 ທີ່ອົງການກາແດງແຂວງຜົ້ງສາລີ, ອົງການກາແດງແຫ່ງຊາດລາວ ໄດ້ຈັດພິທີມອບ-ຮັບລົດກູ້ໄພສຸກ ເສີນ ( ລົດໂຕໂຍຕ້າ ແລນຄຸຍເຊີ້ ) ໃຫ້ອົງການກາແດງ ແຂວງດັ່ງກ່າວ ຈຳນວນ 01 ຄັນ ເປັນມູນຄ່າ 83.000 ໂດລາ ເຊິ່ງໄດ້ຮັບການສະໜັບສະໜູນຈາກ ໂຄງການພັດທະນາແລວທາງເສດຖະກິດອາຊີຕາເວັນອອກສຽງໃຕ້ເພື່ອການເຊື່ອມຈອດ- ເຊື່ອມໂຍງ ເພື່ອນຳໃຊ້ລົດຄັນດັ່ງກ່າວເຂົ້າຮັບໃຊ້ໃນການຊ່ວຍເຫຼືອສຸກເສີນ ໂດຍສະເພາະການປະຖົມພະຍາບານ, ຊ່ວຍເຫຼືອຜູ້ປະສົບອຸບັດຕິເຫດ, ອຸປະຕິໄພ ແລະ ໄພພິບັດຕ່າງໆ ທີ່ອາດຈະເກີດຂຶ້ນ ແລະ ນຳສົ່ງຄົນເຈັບໄດ້ທັນການ .

ມອບໂດຍ ທ່ານ ຮອງຈັນ ຈັນທະວົງ ຫົວໜ້າຫ້ອງການອົງການກາແດງແຫ່ງຊາດລາວ ແລະ ຮັບໂດຍ ທ່ານ ນ. ບົວໄຂ ແກ້ວວິພາກອນ ຫົວໜ້າອົງການກາແດງ ແຂວງຜົ້ງສາລີ.
ຫຼັງຈາກ ສໍາເລັດພິທີມອບ-ຮັບລົດກູ້ໄພສຸກເສີນ ແລ້ວ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ໄດ້ໃຫ້ກຽດໃນການໂອ້ລົມພະນັກງານ-ລັດຖະກອນ ແລະ ອາສາ ສະໝັກ ທົ່ວອົງການກາແດງ ແຂວງຜົ້ງສາລີ ເພື່ອໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດວຽກງານຂອງອົງການກາແດງ ແຂວງຜົ້ງສາລີ ໃຫ້ມີຜົນສຳເລັດໃນຕໍ່ ໜ້າ ພ້ອມທັງໄດ້ລົງຢ້ຽມຢາມສູນເລືອດອົງການກາແດງ ແຂວງຜົ້ງສາລີ.




