ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມອບລົດເມ 20 ຄັນ ໃຫ້ບັນດາສະມາຄົມລົດໂດຍສານພາຍໃນ ແຂວງບໍລິຄຳໄຊ

Apr 30, 2024

ມອບລົດເມ 20 ຄັນ ໃຫ້ບັນດາສະມາຄົມລົດໂດຍສານພາຍໃນ ແຂວງບໍລິຄຳໄຊ
ເມື່ອບໍ່ດົນມານີ້, ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງບໍລິຄຳໄຊ ໄດ້ມອບລົດເມ 20 ຄັນ ໃຫ້ສະມາຄົມລົດໂດຍສານປະຈຳແຂວງ ແລະ ເມືອງ ຕາງໜ້າມອບໂດຍ ທ່ານ ໂຄສະຈານ ແສງທະວິໄຊ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ແລະ ກ່າວຮັບໂດຍບັນດາປະທານສະມາຄົມລົດໂດຍສານແຂວງ ແລະ ເມືອງ 7 ຕົວເມືອງ.
ລົດເມຈໍານວນດັ່ງກ່າວ ແມ່ນໄດ້ມາຈາກການຊ່ວຍເຫລືອຂອງ ບໍລິສັດ ບູຢອງລາວ ຈຳກັດ ເພື່ອໄປນໍາໃຊ້ບໍລິການຂົນສົ່ງຢູ່ພາຍ ໃນເມືອງຂອງແຂວງບໍລະຄໍາໄຊ.