ວັນ ທີ 20 ພະຈິກ 2025 ທີ່ສະໂມສອນເດິຄິງສະນຸກເກີຄັຣບໜອງໄຮ, ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ໄດ້ມີພິທີ ມອບຫຼຽນລາງວັນໃຫ້ນັກກິລາ ສະນຸກເກີ ປະເພດ 6ແດງ (ຄູ່ຊາຍ), 6 ແດງ(ດ່ຽວຊາຍ) ແລະ 15 ແດງ(ທິມຊາຍ) ໃນງານມະຫະກຳ ກິລາແຫ່ງຊາດ ຄັ້ງທີ 12 ຫຼື ນະຄອນຫຼວງວຽງຈັນເກມ 2025.
ສຳລັບສະນຸກເກີປະເພດ 6ແດງ(ຄູ່ຊາຍ) ກະຊວງ ປ້ອງກັນປະເທດ ໄດ້ຫຼຽນຄຳ, ນະຄອນຫຼວງວຽງຈັນ ໄດ້ຫຼຽນເງິນ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ ໄດ້ຫຼຽນທອງຮ່ວມ. ປະເພດ 6 ແດງ(ດ່ຽວຊາຍ) ແຂວງສະຫວັນນະເຂດ ໄດ້ຫຼຽນຄຳ, ກະຊວງປ້ອງກັນປະເທດ ໄດ້ຫຼຽນເງິນ, ນະຄອນຫຼວງວຽງຈັນ ແລະ ແຂວງຄຳມ່ວນ ໄດ້ຫຼຽນທອງຮ່ວມ. ປະເພດ 15ແດງ(ທິມຊາຍ) ແຂວງສະຫວັນນະເຂດໄດ້ຫຼຽນຄຳ, ນະຄອນຫຼວງວຽງຈັນໄດ້ຫຼຽນເງິນ, ຫຼຽນທອງຮ່ວມ ແມ່ນແຂວງຄຳມ່ວນ ແລະ ແຂວງຈຳປາສັກ.


ພາບ:ສຳນານ


