ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມອບອຸປະກອນປູກຜັກເຮືອນຮົ່ມ ໃຫ້ແກ່ກຸ່ມປູກພືດຜັກ 03 ເມືອງ ຂອງແຂວງຄໍາມ່ວນ

May 20, 2025

ພະແນກກະສິກໍາ – ປ່າໄມ້ແຂວງຄໍາມ່ວນ ໄດ້ນໍາເອົາອຸປະກອນປູກຜັກເຮືອນຮົ່ມ ລວມເຖິງປັດໄຈການຜະລິດລົງມອບໃຫ້ກຸ່ມປູກພືດຜັກໃນຈໍານວນ 03 ເມືອງຂອງແຂວງຄື : ນາກາຍ , ຍົມມະລາດ ແລະ ໜອງບົກ. ພິທີມອບ-ຮັບອຸປະກອນ ແລະ ປັດໄຈການຜະລິດດັ່ງກ່າວໄດ້ມີຕາງໜ້າຄະນະນໍາຂອງເມືອງ , ຫົວໜ້າຫ້ອງການກະສິກໍາ-ປ່າໄມ້ເມືອງ , ພະນັກງານວິຊາການ ແລະ ກຸ່ມປູກພືດພັກເປັນສິນຄ້າຂອງ 03 ເມືອງດັ່ງກ່າວເຂົ້າຮ່ວມ.
ງົບປະມານທີ່ນໍາໃຊ້ເຂົ້າໃນວຽກງານດັ່ງກ່າວແມ່ນໄດ້ມາຈາກໂຄງການຈັດຊື້ ອຸປະກອນ ແລະ ປັດໃຈການຜະລິດໃຫ້ກຸ່ມປູກຜັກໃນເຮືອນຮົ່ມເປັນສິນຄ້າໂດຍໄດ້ຮັບການສະໜັບສະໜູນງົບປະມານຈາກບ້ວງເງິນເກີນແຜນຂອງແຂວງປີ 2023 ເພື່ອສົ່ງເສີມການຜະລິດເປັນສິນຄ້າ ແລະ ແກ້ໄຂຄວາມທຸກຍາກຕາມດໍາລັດ 348 /ລບ . ໂດຍພາຍໃຕ້ການຊີ້ນໍາຂອງທ່ານຫົວໜ້າພະແນກກະສິກໍາ – ປ່າໄມ້ແຂວງ.
ໂດຍອີງໃສ່ສະພາບຄວາມເປັນຈິງຂອງການຜະລິດພືດຜັກໃນລະດູຝົນ ໃນໄລຍະຜ່ານມາເຫັນວ່າຍັງມີໜ້ອຍ ຍັງ ບໍ່ພຽງພໍກັບຄວາມຕ້ອງການບໍລິໂພກ ແລະ ລາຄາແພງ ສະນັ້ນທາງຂະແໜງປູກຝັງຈິ່ງໄດ້ນໍາສະເໜີໂຄງການຈັດຊື້ອຸປະກອນ ແລະ ປັດໃຈການຜະລິດສະໜອງໃຫ້ກຸ່ມປູກພືດຜັກໃນລະດູຝົນເຊິ່ງໂຄງການດັ່ງກ່າວແມ່ນໄດ້ຮັບການອະນຸມັດ ແລະ ໄດ້ຈັດຕັ້ງປະຕິບັດຢູ່ 03 ເມືອງຄື : ນາກາຍ , ຍົມມະລາດ ແລະ ໜອງບົກ. ເຊິ່ງແນວພັນພືດທີ່ນຳໄປມອບໃນຄັ້ງນີ້ ປະກອບມີ : ແນວພັນ ຜັກຊີ, ຫອມປ້ອມ, ຜັກສະຫຼັດ, ຜັກກາດຂິວ ແລະ ຝຸ່ນຊີວະພາບ. ແຕ່ລະເມືອງ ແລະ ກຸ່ມການຜະລິດ ໄດ້ຮັບອຸປະກອນໃຊ້ໃນການປູກຜັກເຮືອນຮົ່ມ ແລະ ແນວພັນພືດ ຢ່າງເໝາະສົມ.
ເມືອງນາກາຍມີ 01 ກຸ່ມຜະລິດ , ມີ 04 ບ້ານ , ມີ 09 ຄອບຄົວ , ມີເຮືອນຮົມຈໍານວນ 20 ຫຼັງ ໄດ້ຮັບອຸປະກອນໃຊ້ໃນການປູກຜັກເຮືອນຮົ່ມ ແລະ ແນວພັນພືດ ລວມມູນຄ່າ 59,743,000 ກີບ ພ້ອມນີ້ຍັງມີງົບປະມານສໍາລັບການລົງຊຸກຍູ້ຕິດຕາມຂອງວິຊາການຂັ້ນເມືອງຈໍານວນ 4,656,000 ກີບ.
ເມືອງຍົມມະລາດມີ 01 ກຸ່ມຜະລິດ , ມີ 04 ບ້ານຄື : ທ່າໂທດ, ນາລາດຄວາຍ, ໂຄກສະຫວ່າງ ແລະ ຜາທຸງລວມມີທັງໝົດ 46 ຄອບຄົວ, ມີເຮືອນຮົ່ມຈໍານວນ 46 ຫຼັງ ເຊິ່ງບ້ານທ່າໂທດມີ 06 ຄອບຄົວ, ເຮືອນຮົ່ມ 06 ຫຼັງ ໄດ້ຮັບອຸປະກອນໃຊ້ໃນການປູກຜັກເຮືອນຮົ່ມ ແລະ ແນວພັນພືດ ລວມມູນຄ່າ 30,460,000 ກີບ ; ບ້ານນາລາດຄວາຍມີ 26 ຄອບຄົວ,ມີເຮືອນຮົ່ມ 26 ຫຼັງ ໄດ້ຮັບອຸປະກອນໃຊ້ໃນການປູກຜັກເຮືອນຮົ່ມ ແລະ ແນວພັນພືດ, ລວມມູນຄ່າ 48,495,000 ກີບ ; ບ້ານໂຄກສະຫວ່າງມີ 10 ຄອບຄົວ,ເຮືອນຮົ່ມ 10 ຫຼັງ ໄດ້ຮັບອຸປະກອນໃຊ້ໃນການປູກຜັກເຮືອນຮົ່ມ ແລະ ແນວພັນພືດ ລວມມູນຄ່າ 32,082,000 ກີບ ; ບ້ານຜາທຸງມີ 04 ຄອບຄົວ,ເຮືອນຮົ່ມມີ 04 ຫຼັງ ໄດ້ຮັບອຸປະກອນໃຊ້ໃນການປູກຜັກເຮືອນຮົ່ມ ແລະ ແນວພັນພືດ ລວມມູນຄ່າ 29,080,000 ກີບ ເຊິ່ງລວມມູນຄ່າທັງໝົດໃນ 04 ບ້ານດັ່ງກ່າວ 140,117,000 ກີບ. ພ້ອມນີ້ຍັງມີງົບປະມານສໍາລັບການລົງຊຸກຍູ້ຕິດຕາມຂອງວິຊາການຂັ້ນເມືອງຈໍານວນ 7,200,000 ກີບ.
ເມືອງໜອງບົກມີ 01 ກຸມຜະລິດ , ມີ 01 ບ້ານ ( ດອນປາແດກ ), ມີ 04 ຄອບຄົວ , ມີເຮືອນຮົ່ມຈໍານວນ 14 ຫຼັງ , ໄດ້ຮັບອຸປະກອນໃຊ້ໃນການປູກຜັກເຮືອນຮົ່ມ ແລະ ແນວພັນພືດ ລວມມູນຄ່າ 37,988,000 ກີບ . ພ້ອມນີ້ຍັງມີງົບປະມານສໍາລັບການລົງຊຸກຍູ້ຕິດຕາມຂອງວິຊາການຂັ້ນເມືອງຈໍານວນ 3,000,000 ກີບ.
ຫົວໜ້າພະແນກກະສິກໍາ – ປ່າໄມ້ແຂວງຄໍາມ່ວນ ຍັງໄດ້ເນັ້ນໃຫ້ກຸ່ມການຜະລິດພືດຜັກແຕ່ລະເມືອງໄດ້ມີການບໍລິຫານຈັດການຢ່າງເປັນລະບົບ ແລະ ໃຫ້ຜະລິດສອດຄ່ອງກັບສະພາບກົນໄກການຕະຫຼາດໃນແຕ່ລະໄລຍະ ເພື່ອຕອບສະໜອງຄວາມຕ້ອງການພາຍໃນໃຫ້ພຽງພໍ ແລະ ເປັນການຊ່ວຍຫຼຸດຜ່ອນການນໍາເຂົ້າສິນຄ້າຈາກຕ່າງປະເທດ.
ຂ່າວ-ພາບ : ແດງສະຫວັດ ແສນພານິດ