ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມອບອຸປະກອນຮັບໃຊ້ການຮຽນ-ການສອນ ແລະ ເຄື່ອງອຸປະ ໂພກ-ບໍລິໂພກ ໃຫ້ໂຮງຮຽນເຂດຫ່າງໄກສອກຫຼີກ ຢູ່ເມືອງພີນ

Nov 21, 2024

ມອບອຸປະກອນຮັບໃຊ້ການຮຽນ-ການສອນ ແລະ ເຄື່ອງອຸປະ ໂພກ-ບໍລິໂພກ ໃຫ້ໂຮງຮຽນເຂດຫ່າງໄກສອກຫຼີກ ຢູ່ເມືອງພີນ
ເມື່ອບໍ່ດົນມານີ້, ທ່ານ ສໍາລານ ພັນຄະວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍຄະນະນໍາຈາກກົມແຜນການ ແລະ ຫ້ອງການກະຊວງ ໄດ້ນຳພາຄະນະຊາວໜຸ່ມກົມແຜນການ ກະຊວງສຶກສາທິການ ແລະ ກິລາ, ຊາວໜຸ່ມພະແນກສຶກສາທິການ ແລະ ກິລານະຄອນຫຼວງ ແລະ ວິທະຍາໄລຄູດົງຄໍາຊ້າງ ລົງພົບປະ ແລະ ມອບເຄື່ອງອຸປະກອນການຮຽນ, ປື້ມແບບຮຽນ, ອຸປະກອນກິລາ, ເຄື່ອງນຸ່ງຫົ່ມ, ເຄື່ອງອຸປະໂພກ ແລະ ເຄື່ອງບໍລິໂພກ ໃຫ້ແກ່ໂຮງຮຽນທີ່ຂາດເຂີນ ຢູ່ເຂດຫ່າງໄກສອກຫຼີກ ຂອງເມືອງພີນ ແຂວງສະຫວັນນະເຂດ.
ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ແມ່ນໄດ້ມາຈາກການບໍລິຈາກຂອງກະຊວງສຶກສາທິການ ແລະ ກິລາ, ລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ, ວິທະຍາໄລດົງຄຳຊ້າງ, ສະຖານການສຶກສາທັງພາກລັດ ແລະ ເອກະຊົນ ໃນນະຄອນຫຼວງວຽງຈັນເຊັ່ນ: ໂຮງຮຽນ ມສ ວຽງຈັນ, ມສ ບໍ່ນາງົວ, ອະນຸບານ ດາຣາ ແລະ ໂຮງ ຮຽນອະນຸບານທະນາຄານ ຊຶ່ງປະກອບມີເຄື່ອງຄອມພິວເຕີ, ເຄື່ອງສາຍ LCD, ປຶ້ມແບບຮຽນ, ຄູ່ມືຄູ, ປຶ້ມຂຽນ, ບິກ, ສໍດໍາ, ເຄື່ອງນຸ່ງ ແລະ ອຸປະກອນກິລາຈໍານວນໜຶ່ງ. ນອກນັ້ນ, ການລົງເຄື່ອນໄຫວກິດຈະກໍາໃນຄັ້ງນີ້ ຍັງໄດ້ຮັບການສະໜັບສະໜູນທາງດ້ານງົບປະມານຈາກຜູ້ປະກອບການຈໍານວນໜຶ່ງ ເພື່ອເປັນຄ່າໃຊ້ ຈ່າຍເຂົ້າໃນການຊື້ອຸປະກອນກິລາ ແລະ ຄ່າເດີນທາງ.
ເຄື່ອງທີ່ມອບໃນຄັ້ງນີ້ ແມ່ນໄດ້ມອບໃຫ້ແກ່ 4 ໂຮງຮຽນ ແລະ ໂຮງຮຽນຊົນເຜົ່າ ເນື່ອງໃນໂອກາດວັນຄູແຫ່ງຊາດ 7 ຕຸລາ ຄົບ ຮອບ 30 ປີ.
ທີ່ມາ: MediaLaos