ພິທີປະກາດການຈັດຕັ້ງ ແລະ ມອບຮັບໜ້າທີ່ລະຫວ່າງເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ຜູ້ເກົ່າ ແລະ ປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ຜູ້ໃໝ່ ແລະ ປະກາດຮອງເລຂາຄະນະພັກນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 16 ມີນາ 2026 ທີ່ສູນການຮ່ວມມືສາກົນ ແລະ ຝຶກອົບຮົມ (ICTC) ເປັນກຽດເຂົ້າຮ່ວມຂອງ ທ່ານ ຄຳພັນ ພົມມະທັດ ກຳມະການກົມການ ເມືອງສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງຍຸຕິທຳ, ພ້ອມດ້ວຍເລຂາ,ຮອງເລຂາຄະນະບໍລິງານພັກ ນວ, ຮອງປະທານສະ ພາປະຊາຊົນ ນວ, ປະທານ-ຮອງປະທານຄະນະກຳມະທິ ການປົກຄອງເມືອງ, ພະແນກການ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ໃນພິທີ, ທ່ານ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ເລຂາຄະນະພັກ ເຈົ້າຄອງ ນວ ໄດ້ຜ່ານບົດລາຍງານການນຳພາ-ຊີ້ນຳ ຕະຫຼອດໄລຍະ 5 ປີຜ່ານມາ ໂດຍໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນຂອງແຕ່ລະຂະແໜງການ ແລະ ບັນຫາຄົງຄ້າທີ່ຈະໄດ້ສືບຕໍ່ແກ້ໄຂໃນຕໍ່ໜ້າ, ພ້ອມທັງຍົກໃຫ້ເຫັນແຜນວຽກຈຸດສຸມໃສຕໍ່ໜ້າ. ຈາກນັ້ນ, ຕາງໜ້າຄະນະຈັດຕັ້ງສູນກາງພັກກໍໄດ້ຜ່ານດຳລັດ ເລກທີ 52/ນຍ, ລົງວັນທີ 10/3/2026 ວ່າດ້ວຍການແຕ່ງຕັ້ງປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ ໂດຍແຕ່ງຕັ້ງ ທ່ານ ສິລິລາດທົງສິນ ທອງເພັງ ຮອງເຈົ້າຄອງ ນວ ເປັນປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ. ພ້ອມນັ້ນ, ກໍໄດ້ຜ່ານມະຕິຕົກລົງວ່າດ້ວຍການບົ່ງໂຕແຕ່ງ ຕັ້ງຮອງເລຂາຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ ໂດຍໄດ້ແຕ່ງຕັ້ງ ສະຫາຍ ທະວີໄຊ ເໝົາຊົມພູ ເປັນຮອງເລຂາຄະນະບໍລິຫານງານພັກ ນວ.

ໂອກາດນີ້, ທ່ານ ຄຳພັນ ພົມມະທັດ ກໍໄດ້ຍ້ອງຍໍຊົມ ເຊີຍຕໍ່ຜົນງານທີ່ຄະນະພັກ-ຄະນະນຳ ນວຍາດມາໄດ້ໃນໄລຍະຜ່ານມາ. ຈາກນັ້ນ, ກໍໄດ້ຊີ້ນຳໃຫ້ສືບຕໍ່ເອົາໃຈໃສ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີ, ຄວາມເປັນເອກະພາບພາຍໃນໃຫ້ເພີ່ມທະວີຂຶ້ນ, ສ້າງຄວາມເຂັ້ມແຂງຮອບດ້ານໃຫ້ແກ່ກົງຈັກການຈັດຕັ້ງ, ສ້າງຄວາມເຂັ້ມແຂງທາງດ້ານການພັດທະນາພື້ນຖານໂຄງລ່າງ ພັດທະນາຕົວເມືອງໃນ ນວ ໃຫ້ມີຄວາມສະຫງົບ, ປອດໄພ ແລະ ໜ້າຢູ່, ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານ, ສະມາ ຊິກພັກ, ເອົາໃຈໃສ່ນຳພາ-ຊີ້ນຳບັນດາໜ່ວຍພັກຂັ້ນບ້ານ, ຕາແສງ; ປັບປຸງວິທີເຮັດວຽກໃຫ້ມີຄວາມໂລ່ງລຽນ, ທັນ ສະໄໝ, ວ່ອງໄວ, ໂປ່ງໃສ ແລະອື່ນໆ.
ຂ່າວ: ສົມຫວັງ
ພາບ: ຂັນໄຊ


