ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມອບເຂົ້າຊ່ວຍເຫຼືອສຸກເສີນໃຫ້ປະຊາຊົນຜູ້ທີ່ຖືກຜົນກະທົບຈາກໄພພິບັດນ້ຳຖ້ວມຈຳນວນ 127 ໂຕນກ່ວາ.

Feb 10, 2025

ມອບເຂົ້າຊ່ວຍເຫຼືອສຸກເສີນໃຫ້ປະຊາຊົນຜູ້ທີ່ຖືກຜົນກະທົບຈາກໄພພິບັດນ້ຳຖ້ວມຈຳນວນ 127 ໂຕນກ່ວາ.
ວັນທີ 6-7ກຸມພາ 2025 ນີ້, ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງຫົວພັນ ໄດ້ນຳເອົາເຂົ້າສານຈຳນວນ 127 ໂຕນກ່ວາ, ມອບໃຫ້ປະຊາຊົນຜູ້ທີ່ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມຢູ່ 3 ເມືອງ ຂອງແຂວງຫົວພັນ ຄື: ເມືອງ ຊ່ອນ ຈຳນວນ 41 ໂຕນກ່ວາ, ມີ 14 ບ້ານ, 324 ຄອບຄົວ, ເມືອງ ຮ້ຽມເກືອບ 50 ໂຕນ,ມີ33 ບ້ານ,422 ຄອບຄົວ, ເມືອງຫົວເມືອງ ມີ 36 ໂຕນກ່ວາ, ມີ 18 ບ້ານ, 77 ຄອບຄົວ, ຊື່ງເຂົ້າສານຈຳນວນດັ່ງກ່າວແມ່ນໄດ້ຮັບການຊ່ວຍເຫຼືອຈາກໂຄງການກອງທຶນຄຸ້ມຄອງໄພພິບັດຂັ້ນສູນກາງມອບໃຫ້ແກ່ແຂວງຫົວພັນ,
ໂດຍແມ່ນທ່ານ ປອ ຄຳແພງ ໄຊສົມແພງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫົວພັນ, ທ່ານ ວົງໄຊ ຍະສິງທອນ ກຳມະການພັກແຂວງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ເປັນຜູ້ກ່າວມອບ, ຜູ້ຕາງໜ້າການນຳເມືອງທັງ3 ເມືອງ ເປັນຜູ້ກ່າວຮັບ ແລະ ມອບຕໍ່ໃຫ້ບັນດາຄອບຄົວທີ່ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມເນື້ອທີ່ນາ ແລະ ເນື້ອທີ່ໄຮ່ໃນໄລຍະຜ່ານມາຕາມຄວາມເໝາະສົມ. ໂດຍມີພາກສ່ວນທີ່ກ່ຽວຂ້ອງມາຈາກພະແນການຂັ້ນແຂວງ ແລະ ເມືອງຕະຫຼອຮອດຜູ້ຕ່າງໜ້າຄອບຄົວທີ່ຖືກຜົນກະທົບເຂົ້າຮ່ວມ.
ພາບ-ຂ່າວ; ຄານທອງ