ວັນທີ 13-14 ມັງກອນ 2025 ນີ້, ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງຫົວພັນ ໄດ້ນຳເອົາເຂົ້າສານສົງ ເຄາະຊ່ວຍເຫຼືອຄອບຄົວຜູ້ປະສົບໄພພິບັດນໍ້າຖ້ວມເນື້ອທີ່ໄຮ່ ແລະ ເນື້ອທີ່ນາ ໃນລະຫວ່າງ ວັນທີ 21- 23 ກັນຍາ ປີ 2024 ຜ່ານມາ ຈຳນວນ 16 ກ່ວ່າໂຕນ, ຢູ່ 2 ເມືອງ ຄື: ເມືອງວຽງໄຊ ຈຳນວນ10 ໂຕນ, ມີ 42 ບ້ານ 272 ຄອບຄົວ ແລະ ເມືອງຊຳໃຕ້ 6 ໂຕນກ່ວາ ມີ 9 ບ້ານ, 704 ຄອບຄົວ. ມີທ່ານ ພຸດພັນ ແກ້ວວົງໄຊ ຮອງເຈົ້າແຂວງຫົວພັນ, ທ່ານ ສົມນຶກ ໄຊວີເຮືອງ ຮອງຫົວໜ້າພະແນກແຮງານ ແລະ ສະຫວັດດີການສັງຄົມແຂວງ ເປັນຜູ້ກ່າວມອບ ໂດຍແມ່ນຮອງເຈົ້າເມືອງ 2 ເມືອງ ເປັນຜູ້ກ່າວຮັບ ແລະ ມອບຕໍ່ໃຫ້ບັນດາຄອບຄົວທີ່ຖືກຜົນກະທົບຕາມຄວາມເໝາະສົມ.
ໂອກາດນີ້ຍັງໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ, ເຄື່ອງຮັບໃຊ້ຄົວເຮືອນຈຳນວນໜື່ງເພື່ອໃຫ້ຫ້ອງການແຮງງານ ແລະ ສະຫັວດດີການສັງຄົມເມືອງເປັນຜູ້ສືບຕໍ່ໄປແຈກຢ່າຍໃຫ້ປະຊາຊົນຜູ້ທຸກຍາກຕືມອີກ.
ຈຳນວນເຂົ້າສານ ແລະເຄື່ອງດັ່ງກ່າວໄດ້ຮັບການ ຊ່ວຍເຫຼືອຈາກໂຄງການ ທຶນສຸກເສີນຂອງອາຊຽນ +3, ປະເທດ ສ.ເກົາຫຼີ ເປັນຜູ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ.
ຂ່າວ-ພາບ: ຄານທອງ





