ຕອນເຊົ້າວັນທີ 22 ມັງກອນ 2025, ທີ່ສະໂມສອນຫ້ອງວ່າ ການເມືອງປາກລາຍ ໄດ້ມີພິທີມອບ-ຮັບເຂົ້າສານຈາກກະຊວງ ແຮງງານແລະສະຫວັດດີການສັງຄົມ (ຮສສ) ລາວທັງໝົດ 100 ໂຕນໃຫ້ແຂວງໄຊຍະບູລີ.
ໃຫ້ກຽດມອບໂດຍ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ຮັບໂດຍທ່ານ ຄຳຝັ້ນ ວົງສະຫວັນ ຮັກສາການແທນເຈົ້າເມືອງໆປາກລາຍ ຕາງໜ້າ 8 ເມືອງ ໂດຍມີຄະນະກຳມະການຄຸ້ມ ຄອງໄພພິບັດຂອງແຂວງ, ຂອງເມືອງເຂົ້າຮ່ວມເປັນສັກຂີພິຍານ.
ເຂົ້າທີ່ໄດ້ຮັບຈາກກະຊວງ ຮສສ ທັງໝົດ 100 ໂຕນ ພາຍໃຕ້ໂຄງການຄັງແຮເຂົ້າຊ່ວຍເຫຼືອສຸກເສີນອາຊຽນ+3 (APTERR) ໃຫ້ແຂວງໄຊຍະບູລີ ເຊິ່ງໃນນີ້: ຈຳນວນ 90 ໂຕນ ແມ່ນຊ່ວຍເຫຼືອຜູ້ປະສົບໄພພິບັດ (ນ້ຳຖ້ວມ)ໃນປີ 2024.
ເຂົ້າຈໍານວນດັ່ງກ່າວ, ໄດ້ບິແບ່ງໃຫ້ບັນດາເມືອງທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ແລະ ສັດຕູພືດທຳລາຍຜົນຜະລິດ ຈຳນວນໜຶ່ງຢູ່ 8 ເມືອງ ຂອງແຂວງໄຊຍະບູລີ, ໃນນີ້ໄດ້ມອບໃຫ້ເມືອງປາກລາຍ ຈຳນວນ 21 ໂຕນ. ສ່ວນອີກ 10 ໂຕນ ແມ່ນຊ່ວຍເຫຼືອນັກຮຽນຄອບຄົວທຸກຍາກທີ່ດ້ອຍໂອກາດ ນອນໃນຫໍພັກ ຢູ່ 10 ເມືອງ.
ຂ່າວ-ພາບ : ຖວທ ເມືອງປາກລາຍ.



