ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມອບເຄື່ອງຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມຢູ່ຫລວງນໍ້າທາ

Sep 14, 2024

ໃນວັນທີ 13 ກັນຍາ 2024 ທ່ານ ນາງ ໃບຄຳ ຂັດທິຍະ ຮອງປະທານຄະນະກຳມະການຄຸ້ມຄອງໄພພິບັດແຫ່ງຊາດຂັ້ນສູນກາງ, ລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄະນະ ຕາງລັດຖະບານລາວ ໄດ້ໄປມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ແຂວງຫຼວງນໍ້າທາ ໂດຍແມ່ນການນໍາຂອງແຂວງຫຼວງນໍ້າທາ ຕາງໜ້າພໍ່ແມ່ປະຊາຊົນຮັບໄວ້ເພື່ອແຈກຢາຍ.
ສິ່ງທີ່ນໍາໄປມອບໃນຄັ້ງນີ້ ມີເຄື່ອງໃຊ້ໃນຄົວເຮືອນ; ສາດ, ມຸ້ງ, ຜ້າຫົ່ມ, ນໍ້າດື່ມ, ເຂົ້າກິນ…ພ້ອມດ້ວຍເງິນສົດຈໍານວນໜຶ່ງ ເພື່ອແກ້ໄຂສຸກເສີນ.
ພ້ອມດຽວກັນນັ້ນ, ທາງຄະນະຍັງໄດ້ເຄື່ອນໄຫວຢ້ຽມຢາມບັນດາສູນ ແລະ ໄດ້ມອບສິ່ງຂອງຈໍາເປັນຈໍານວນໜຶ່ງຕື່ມອີກ ເພື່ອໃຫ້ວັດຖຸສິ່ງຂອງທີ່ນໍາໄປມອບໄດ້ຮອດມືຜູ້ປະສົບໄພໂດຍໄວ.