ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ຄະນະກຳມະການຄຸ້ມຄອງໄພພິບັດເມືອງໄຊບົວທອງ

Feb 11, 2025

ມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ຄະນະກຳມະການຄຸ້ມຄອງໄພພິບັດເມືອງໄຊບົວທອງ
ວັນທີ 7 ກຸມພາ 2025 ທີ່ຜ່ານມາ ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄຳມ່ວນ ໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ແກ່ຄະນະກຳມະການຄຸ້ມຄອງໄພພິບັດເມືອງໄຊບົວທອງ, ຢູ່ທີ່ຫ້ອງວ່າການເມືອງ, ໂດຍການເຂົ້າຮ່ວມຂອງ ທ່ານ ສາຍຄຳ ພະໄຊສິດທິເດດ ເຈົ້າເມືອງໄຊບົວທອງ.
ເຄື່ອງທີ່ນຳມາມອບຄັ້ງນີ້ ປະກອບມີ ເຂົ້າສານໜຽວ 1 ໂຕນ, ໝີ່ໄວໆ 5 ແກັດ, ນ້ຳດື່ມຫົວເສືອຕຸກໃຫຍ່ 100 ແພັກ, ເຄື່ອງນຸ່ງຮົ່ມ, ເຄື່ອງໃຊ້ຄົວເຮືອນ ແລະ ເຄື່ອງອຸປະໂພກ, ບໍລິໂພກອື່ນໆອີກຈຳນວນໜຶ່ງ, ລວມມູນຄ່າທັງໝົດ 40.550.000 ກີບ, ເປັນກຽດມອບ ໂດຍ ທ່ານ ປອ ສິນນະສອນ ແສງຈັນທະວົງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ຮັບໂດຍ ທ່ານ ສາຍຄຳ ພະໄຊສິດທິເດດ ເຈົ້າເມືອງໆໄຊບົວທອງ, ເຄື່ອງດັ່ງກ່າວແມ່ນຈະໄດ້ນຳໄປມອບໃຫ້ຄອບຄົວທີ່ດ້ອຍໂອກາດ ແລະ ຄອບຄົວທີຖືກຜົນກະທົບຈາກໄພພິບັດທາງທຳມະຊາດ ຢູ່ເມືອງໄຊບົວທອງ.