ວັນທີ 18 ກັນຍາ ຜ່ານມາ, ທ່ານ ວົງສັກ ພັນທະວົງ ປະທານກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທັງເປັນສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 3 ພ້ອມດ້ວຍຄະນະກອງທຶນຊ່ວຍເຫຼືອສັງຄົມຂອງສະພາແຫ່ງຊາດ ໄດ້ນຳເຄື່ອງຊ່ວຍເຫຼືອໄປມອບໃຫ້ແກ່ຜູ້ປະສົບໄພນ້ຳຖ້ວມຢູ່ແຂວງຫຼວງນ້ຳທາ ຊຶ່ງປະກອບມີເຄື່ອງນຸ່ງຫົ່ມ, ເຂົ້າສານ, ອາຫານແຫ້ງ, ນ້ຳດື່ມ ແລະ ເຄື່ອງໃຊ້ສອຍຕ່າງໆທີ່ຈຳເປັນ ລວມມູນຄ່າ 1.751.500.000 ກີບ ຕາງໜ້າຮັບໂດຍທ່ານ ຄຳຟອງ ອິນມານີ ປະທານສະພາປະຊາຊົນແຂວງ, ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.
ໃນວັນດຽວກັນ, ທ່ານ ວົງສັກ ພັນທະວົງ ແລະ ທ່ານ ຄໍາຟອງ ອິນມານີ ພ້ອມດ້ວຍຄະນະກອງທຶນຊ່ວຍເຫຼືອສັງຄົມຂອງສະ ພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ຍັງໄດ້ໄປຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ປະຊາຊົນຜູ້ທີ່ຖືກຜົນກະທົບຈາກອຸທົກກະໄພຢູ່ 4 ບ້ານຂອງເມືອງຫຼວງນ້ຳທາ ຄື: ວຽງໃຕ້ ມີປະຊາຊົນ ແລະ ຄອບຄວາມທີ່ໄດ້ຮັບຜົນກະທົບ 149 ຫຼັງຄາເຮືອນ, ວຽງເໜືອ 291 ຫຼັງຄາເຮືອນ, ດອນສຳພັນ 206 ຫຼັງຄາເຮືອນ ແລະ ໂພນໄຊ 50 ຫຼັງຄາເຮືອນ; ທັງນີ້, ກໍເພື່ອເປັນຂວັນ ແລະ ກໍາລັງໃຈ ພ້ອມທັງບັນເທົາທຸກເບື້ອງຕົ້ນ ໃຫ້ແກ່ປະຊາຊົນຜູ້ທີ່ຖືກຜົນກະທົບ ແລະ ຍັງຈະໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອຕື່ມອີກໃນຫຼາຍບ້ານທີ່ປະສົບໄພໄດ້ຮັບຜົນເສຍຫາຍໃນຄັ້ງນີ້ ໃຫ້ທົ່ວເຖິງ.
ຂ່າວ: ນາງ ກຸກກິກ ບຸດດາໄຊ ສພຊ




