ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພນໍ້າຖ້ວມຢູ່ບ້ານປ່າສັກ

Oct 9, 2024

ວັນທີ 8 ຕຸລາຜ່ານມາ, ອົງການແຄນາໆຊາດ ປະຈໍາ ສປປ ລາວ ຮ່ວມກັບ ສະຫະພັນແມ່ຍິງແຂວງຫຼວງນ້ຳທາ ໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພນໍ້າຖ້ວມຢູ່ບ້ານປ່າສັກ ຊຶ່ງມີ 79 ຄົວເຮືຶອນ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນຄັ້ງນີ້.
ເຄື່ອງທີ່ນຳມາມອບປະກອບມີ: ເຄື່ອງນຸງຫົ່ມ, ເຄື່ອງອຸປະໂພກ -ບໍລິໂພກ ເປັນຕົ້ນແມ່ນ: ເຂົ້າສານ, ຢາ ແລະ ເຄື່ອງໃຊ້ໃນຄົວ ເຮືອນ, ລວມມູນຄ່າທັງໝົດ 75 ພັນໂດລາສະຫະລັດ ໂດຍໄດ້ ຮັບການສະໜັບສະໜູນຈາກມູນນິທິ ໂຄຄາ ໂຄລາ. ມອບໂດຍທ່ານ ນາງ ບົວວັນ ພົມມະລິດ ປະທານສະຫະພັນແມ່ຍິງແຂວງ ແລະ ຜູ້ຕາງໜ້າອົງການແຄ ນາໆຊາດ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ.
ຂ່າວ: ມຸນຕີ