ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມອບເງິນເບ້ຍລ້ຽງໃຫ້ນັກຮຽນ ພາຍໃຕ້ເງິນກອງທຶນພັດທະນາຊຸມຊົນ ໂຄງການໄຟຟ້າພະລັງງານຄວາມຮ້ອນຫົງສາ.

May 6, 2025

ໃນວັນທີ 5 ພຶດສະພາ 2025, ຄະນະຮັບຜິດຊອບຂັ້ນແຂວງນຳພາໂດຍ ທ່ານ ປອ ພຸດທະຈອນ ປິນທິບ ຮອງຫົວໜ້າຫ້ອງວ່າການແຂວງ, ທ່ານ ບຸນທະວີ ໂສພາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍທີມງານ, ໄດ້ລົງມາມອບເງິນເບ້ຍລ້ຽງໃຫ້ນັກຮຽນນອນຫໍພັກພາຍໃຕ້ເງິນກອງທຶນພັດທະນາຊຸມຊົນໂຄງການໄຟຟ້າພະລັງງານຄວາມຮ້ອນຫົງສາ ສົກປີ 2024-2025, ເຂົ້າຮ່ວມມີທ່ານ ຄອງສີ ສີເມືອງ ຮອງຫົວໜ້າຫ້ອງການສຶກສາທິການ ແລະກິລາເມືອງ ພ້ອມດ້ວຍອຳນວຍການໂຮງຮຽນ, ອົງການຈັດຕັ້ງບ້ານ, ສະມາຄົມພໍ່ແມ່ນັກຮຽນ ແລະ ນັກຮຽນເຂົ້າຮ່ວມ.
ຈຸດປະສົງຂອງການມອບທຶນຄັ້ງນີ້ ກໍເພື່ອເປັນການຊ່ວຍເຫລືອຊຸກຍູ້ສົ່ງເສີມນັກຮຽນທີ່ຢູ່ເຂດຫ່າງໄກມາອາໄສພັກຢູ່ຫໍພັກຂອງໂຮງຮຽນ ໄດ້ຮັບທຶນເຂົ້າໃນການສຶກສາ ແລະ ເອົາໃຈໃສ່ຕໍ່ການຮ່ຳຮຽນ, ໂດຍໄດ້ຮັບທຶນ 500.000 ກີບຕໍ່ເດືອນ ເປັນໄລຍະ9 ເດືອນຕະຫຼອດສົກຮຽນ ລວມຈຳນວນ 4.500.000 ກີບຕໍ່ຫນຶ່ງຄົນ, ສຳລັບເມືອງຫົງສາ ມີໂຮງຮຽນທີ່ໄດ້ຮັບທຶນທັງໝົດ 5 ແຫ່ງ ປະກອບມີ: ໂຮງຮຽນ ມສ ຫົງສາ, ມສ ບ້ານເມືອງຫານ, ມສ ນາປຸ່ງ, ມ ສ ຄົກແອກ ແລະ ໂຮງຮຽນ ມ ຕົ້ນ ທ່າຊ່ວງ, ລວມທັງໝົດ 149 ຄົນ, ຍິງ 77 ຄົນ, ເຊິ່ງ ລວມເປັນເງິນທັງໝົດ 670.500.000 ກີບ, ໃນໂອກາດນີ້ ທາງອຳນວຍການໂຮງຮຽນ, ສະມາຄົມພໍ່ແມ່ນັກຮຽນຕາງຫນ້າຜູ້ປົກຄອງນັກຮຽນ ໄດ້ສະແດງຄວາມຂອບໃຈຕໍ່ການນຳຂັ້ນແຂວງທີ່ໃຫ້ຄວາມສຳຄັນຕໍ່ວຽກງານການສຶກສາ ແລະ ຊ່ວຍເຫລືອນັກຮຽນເພື່ອແບ່ງເບົາພາລະຂອງຄອບຄົວນັກຮຽນທີ່ອາໄສຢູ່ຫໍພັກ.
ຂ່າວ-ພາບ: ຖວທ ຫົງສາ