ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມອບເອກະສານສັດຕະຍາບັນສັນຍາວ່າດ້ວຍການຖົມຂຸມການປະມົງ

May 18, 2024

ເມື່ອບໍ່ດົນມານີ້ ທີ່ສໍານັກງານໃຫຍ່ອົງການການຄ້າໂລກ (ອຄລ) ທີ່ ເຊີແນວ ປະເທດ ສະວິດ, ໂດຍການມອບໝາຍຈາກລັດຖະບານ ແຫ່ງ ສປປ ລາວ, ທ່ານ ລັດສະໝີ ແກ້ວມະນີ ເອກ ອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳ ຫ້ອງການ ສປຊ ແລະ ອົງການຈັດຕັ້ງສາກົນອື່ນໆ ທີ່ເຊີແນວ, ໄດ້ເປັນກຽດມອບເອກະສານສັດຕະຍາບັນສັນຍາວ່າດ້ວຍການຖົມຂຸມການປະມົງ (WTO Fisheries Subsidies Agreement) ຕໍ່ ທ່ານ ນາງ ໂງຊິ ໂອໂກນໂຈ-ໄອເວຍລາ (Ngozi Okonjo-Iweala), ຜູ້ອໍານວຍການໃຫຍ່ ອຄລ.
ໃນພິທີ ມອບ-ຮັບ ເອກະສານດັ່ງກ່າວ, ທ່ານ ຜູ້ອຳນວຍການໃຫຍ່ ອຄລ ໄດ້ຕີລາຄາສູງ ແລະ ຊົມເຊີຍຢ່າງສຸດໃຈຕໍ່ລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ສຳເລັດ ແລະ ຮັບຮອງເອົາສັນຍາດັ່ງກ່າວໃນຖານະປະເທດດ້ອຍພັດທະນາ ແລະ ບໍ່ມີທາງອອກສູ່ທະເລ, ຊຶ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນຄວາມພະຍາຍາມລວມຂອງປະຊາຄົມໂລກ ແນໃສ່ແກ້ໄຂບັນຫາການປະມົງເກີນຂະ ໜາດ, ການຄຸ້ມຄອງ-ພັດທະນາການປະມົງແບບຍືນຍົງ, ການຄໍ້າ ປະກັນສະບຽງອາຫານ, ຍົກລະດັບຊີວິດການເປັນຢູ່ຂອງປະຊາ ຊົນ ແລະ ບັນລຸໄດ້ເປົ້າໝາຍການພັດທະນາແບບຍືນຍົງ ສປຊ ໃນປີ 2030.
ໃນພິທີດັ່ງກ່າວ, ທ່ານທູດ ກໍໄດ້ ຕີລາຄາສູງ ແລະ ຊົມເຊີຍ ອຄລ ພາຍໃຕ້ການຊີ້ນໍາ-ນໍາພາ ຂອງ ທ່ານ ຜູ້ອໍານວຍການໃຫຍ່ ທີ່ໄດ້ສຳເລັດ ແລະ ຮັບຮອງເອົາສັນຍາດັ່ງກ່າວໃນກອງປະຊຸມລັດຖະມົນຕີ ອຄລ ຄັ້ງທີ 13 ຜ່ານມາ ຊຶ່ງ ສປປ ລາວ ເຖິງຈະເປັນປະເທດດ້ອຍພັດທະນາ ແລະ ບໍ່ມີທາງອອກສູ່ທະເລ, ແຕ່ກໍມີຄວາມໝາຍໝັ້ນແບບສະເໝີຕົ້ນສະເໜີປາຍໃນການປະຕິບັດພັນທະ ແລະປະກອບສ່ວນອັນສໍາຄັນເຂົ້າໃນຄວາມພະຍາຍາມລວມຂອງປະຊາຄົມໂລກໃນການພັດທະນາແບບຍືນຍົງ ແລະ ແກ້ໄຂສະພາບການປ່ຽນແປງຂອງດິນຟ້າອາກາດ ລວມທັງການຄຸ້ມຄອງ ແລະ ພັດທະນາການປະມົງແບບຢືນຢົງ ແນໃສ່ປົກປັກຮັກສາສິ່ງແວດລ້ອມແລະຊັບພະຍາກອນທໍາມະຊາດ ແລະ ບັນລຸເປົ້າໝາຍການພັດທະນາແບບຢືນຢົງ ສປຊ ໃນປີ 2030. ທ່ານທູດ ໄດ້ຢືນຢັນຕື່ມວ່າ: ສປປ ລາວ ມີຄວາມພ້ອມເຂົ້າໃນການຈັດຕັ້ງປະຕິບັດສັນຍາດັ່ງກ່າວ ໂດຍສະເພາະການພັດທະນາຊັບພະຍາກອນມະນຸດ ແລະການສ້າງຂີດຄວາມສາມາດ. ມາຮອດປັດຈຸບັນ, ສປປ ລາວ ເປັນປະເທດ ອັນດັບທີ 74 ທີ່ໃຫ້ສັດຕະ ຍາບັນສັນຍາວ່າດ້ວຍການຖົມຂຸມການປະມົງ ອຄລ ແລະ ສັນຍາດັ່ງກ່າວຈະມີຜົນສັກສິດໄດ້ກໍຕໍ່ເມື່ອ 2/3 ຂອງປະເທດສະມາຊິກ ອຄລ ໃຫ້ສັດຕະຍາບັນ (ຍັງອີກ 36 ປະເທດ).