ວັນທີ 24 ກຸມພາ 2025 ນີ້, ກົມໃຫຍ່ເຕັກນິກກອງທັບ ໄດ້ຈັດພິທີມອບ-ຮັບຖາວອນເນື້ອທີ່ສຳເລັດການກວດກູ້ລະເບີດ ທີ່ບໍ່ທັນແຕກຕົກຄ້າງອອກຈາກໂຄງການກໍ່ສ້າງກອງພັນສ້ອມແປງເຄື່ອນທີ່ ເລກ 1 ລະຫວ່າງ ກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບ ແລະ ກົມເຕັກນິກເຫຼົ່າຮົບ ກົມໃຫຍ່ເຕັກນິກກອງທັບ ໂດຍມີ ສະຫາຍ ພົນຈັດຕະວາ ຈອມເພັດ ໄຊຍະສຸກ ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີສະຫາຍ ພັນເອກ ບຸນສົດ ອິນສີນາ ຮອງຫົວໜ້າກົມຊ່າງແສງ ພ້ອມດ້ວຍຄະນະ, ບັນດາຄະນະກົມ, ຫ້ອງການ, ພະນັກງານ-ວິຊາການກອບກູ້ລະເບີດຍັງບໍ່ທັນແຕກ ເຂົ້າຮ່ວມ.
ສະຫາຍ ພັນໂທ ໂອທອງ ຄຳບານໄຊ ຫົວໜ້າພະແນກສູ້ຮົບ, ຜູ້ຊີ້ນຳວຽກງານກອບກູ້ລະເບີດຍັງບໍ່ທັນແຕກພາກສະໜາມ ລາຍງານຜົນສຳເລັດການຈັດຕັ້ງປະຕິບັດວຽກງານກອດກູ້ ແລະ ທໍາລາຍລະເບີດໃຫ້ໂຄງການກໍ່ສ້າງກອງພັນສ້ອມແປງເຄື່ອນທີ່ ເລກ 1, ເຊິ່ງເລີ່ມແຕ່ ວັນທີ 26 ພະຈິກ 2024-21 ກຸມພາ 2025, ມີເນື້ອທີ່ທັງໝົດ 29,55 ເຮັກຕາ, ຕາມແຜນການໃຊ້ເວລາ 60 ວັນ ແຕ່ການປະຕິບັດຕົວຈິງໃຊ້ເວລາ 93 ວັນ ຈຶ່ງສໍາເລັດ ແລະ ໄດ້ນໍາໃຊ້ພະນັກງານກອດກູ້ທັງໝົດ ຈໍານວນ 50 ສະຫາຍ ເຊິ່ງມີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຫຼາຍດ້ານ ເປັນຕົ້ນແມ່ນຂັ້ນເທິງໄດ້ລົງເລິກໃກ້ຊິດຕິດແທດ ແລະ ຕອບສະໜອງດ້ານອຸປະກອນການຮັບໃຊ້ຕ່າງໆ, ສ່ວນຂໍ້ຫຍຸ້ງຍາກ ເປັນຕົ້ນແມ່ນສະຖານທີ່ດັ່ງກ່າວ ເປັນຂອບເຂດດິນແຂງ ເຮັດໃຫ້ພົບຄວາມຫຍຸ້ງຍາກໃນການຂຸດ ເຖິງຢ່າງໃດກໍຕາມ ຄະນະຮັບຜິດຊອບດ້ານວິຊາການເກັບກູ້ລະເບີດ ໄດ້ຂຸ້ນຂ້ຽວກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກຢູ່ສະໜາມ. ຜ່ານການສຳຫຼວດການກອບກູ້ເຫັນວ່າ ຍັງມີລູກລະເບີດຕົກຄ້າງຈຳນວນຫຼວງຫຼາຍ ໃນນີ້, ເກັບກູ້ລູກປືນໃຫຍ່ຊະນິດຕ່າງໆ ໄດ້ 1.200 ລູກ, ມິນຕ້ານທະຫານຮາບ 80 ໜ່ວຍ, ລູກລະເບີດມື 876 ໜ່ວຍ, ລູກໂບມບີ ບລູ-24 ຈໍານວນ 1 ລູກ, ໝາກແຕກມື F1 ຈໍານວນ 3 ລູກ, ລູກຟົດສະຟໍ M-9 ຈຳນວນ 29 ລູກ, ສຳພາວຸດຊະນິດຕ່າງໆ ຈຳນວນ 1.727 ກະບອກ, ຊິ້ນສ່ວນລະເບີດ ແລະ ເສດເຫຼັກຈຳນວນ 6 ໂຕນ.
ທັງນີ້, ເພື່ອແນໃສ່ຮັບປະກັນແກ່ໂຄງການກໍ່ສ້າງກອງພັນສ້ອມແປງເຄື່ອນທີ່ ເລກ 1 ແລະ ເຮັດໃຫ້ການດຳລົງຊີວິດທຳມາຫາກິນ ຂອງພະນັກງານ-ນັກຮົບ, ປະຊາຊົນ ໃຫ້ມີຄວາມປອດໄພ ແລະ ມີຄວາມສະດວກສະບາຍຫຼາຍຂຶ້ນ, ປັດຈຸບັນສາມາດກອບກູ້ຊິ້ນສ່ວນລະເບີດທີ່ຍັງບໍ່ທັນແຕກສຳເລັດຕາມແຜນການ.
ໂດຍ: ຄຳສອນ ພົມໄຊຍາ






