ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມອບ-ຮັບພາຫະນະ ແລະ ອຸປະກອນກວດ-ກູ້ລະເບີດບໍ່ທັນແຕກເພື່ອມະນຸດສະທຳ

Feb 29, 2024

ມອບ-ຮັບພາຫະນະ ແລະ ອຸປະກອນກວດ-ກູ້ລະເບີດບໍ່ທັນແຕກເພື່ອມະນຸດສະທຳ

ໂດຍປະຕິບັດຕາມແຜນການຊ່ວຍເຫລືອດ້ານມະນຸດສະທຳ ຂອງອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ, ກອງກວດກູ້ລະເບີດເພື່ອມະນຸດສະທຳກອງທັບ ຮ່ວມກັບ ກະຊວງການຕ່າງປະເທດ ແລະ ພາກສ່ວນກ່ຽວຂ້ອງ ໄດ້ຈັດພິທີມອບ-ຮັບພາຫະນະ ແລະ ອຸປະກອນກວດກູ້ລະເບີດ ດ້ວຍການຊ່ວຍເຫລືອຂອງລັດຖະບານ ສ.ເກົາຫລີ ໂດຍຜ່ານອົງການກວາຍກາ, ອົງການສະຫະປະຊາຊາດເພື່ອການພັດທະນາ ປະຈຳ ສປປ ລາວ ແລະ ຫ້ອງການ ຄຊກລ. ໄດ້ຈັດໃນວັນທີ 28 ກຸມພາ 2024 ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ. ມີເອກອັກຄະລັດຖະທູດ ສ.ເກົາຫລີ ປະຈຳ ສປປ ລາວ ແລະ ຜູ້ຕາງຫນ້າອົງການສະຫະປະຊາຊາດ ເພື່ອການພັດທະນາ, ຄະນະກົມ, ຮອງກົມ, ຫ້ອງການ ຕະຫລອດຮອດພະນັກງານວິຊາການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ສະຫາຍ ພັນໂທ ພອນແກ້ວ ອໍລະດົມ ຫົວຫນ້າກອງກວດກູ້ລະເບີດເພື່ອມະນຸດສະທຳກອງທັບ ໄດ້ລາຍງານໂດຍຫຍໍ້ ແລະ ໄດ້ຍົກໃຫ້ເຫັນຫນ້າທີ່ລວມ, ພາລະບົດບາດ, ຜົນສຳເລັດການຈັດຕັ້ງປະຕິບັດຫນ້າທີ່ວິຊາສະເພາະ, ແຫລ່ງທຶນຂອງການປະຕິບັດວຽກງານແກ້ໄຂລະເບີດບໍ່ທັນແຕກ ໄດ້ຮັບທຶນສະຫນັບສະຫນູນຕົ້ນຕໍຈາກ2 ແຫລ່ງທຶນຄື: ທຶນຂອງລັດຖະບານ ສປປ ລາວ ແລະ ທຶນຈາກ ສ.ເກົາຫລີ, ເຊິ່ງໄລຍະປະຕິບັດໃນປີ 2022-2026 ຫ້ອງການ ຄຊກລ ໄດ້ຮັບທຶນສະໜັບສະໜູນ ຈາກລັດຖະບານ ສ. ເກົາຫຼີ ຜ່ານອົງການກວາຍ (KOICA), ອົງການ ສປຊ (UNDP) ສປຊ ປະຈຳ ສປປ ລາວ ໂດຍໄດ້ສະໜັບສະໜູນກອງກວດກູ້ ລະເບີດເພື່ອມະນຸດສະທຳກອງທັບ ກອງ 58 ຈໍານວນເງິນ 3.538.800 ໂດລາສະຫະລັດ, ໃນນີ້ໄດ້ຈັດຊື້ພາຫານະ, ອຸປະກອນຮັບໃຊ້ວຽກງານກວດກູ້ລະເບີດພາກສະໜາມ, ສ້າງທີມໃໝ່ເພີ່ມ 13 ທີມ, ສປຊ, ຫ້ອງການ ຄຊກລ ໄດ້ຈັດຊື້ອຸປະກອນ ລາຍລະອຽດຄື: ລົດຮັບໃຊ້ທີມງານ TOYOTA LandCruisr, ລົດບັນທຸກ ອີຊູຊຸ, ລົດຈັກ ຢາມາຮາ,ເຄື່ອງກວດລະເບີດ,ຈັກຕັດຫຍ້າ, ຄອມພິວເຕີ້, ວິທະຍຸສື່ສານ, ກ້ອງຖ່າຍຮູບ, ເຟີນິເຈີ້, ອຸປະກອນຮັບໃຊ້ຫ້ອງການ ແລະ ພາກສະໜາມຈຳນວນຫນຶ່ງ. ເຊິ່ງການຊ່ວຍເຫລືອດ້ານພາຫະນະ ແລະ ອຸປະກອນໃນຄັ້ງນີ້, ໄດ້ມີຄວາມຫມາຍສຳຄັນ ເພື່ອປະກອບສ່ວນເຂົ້າໃນການຍົກສູງດ້ານຄຸນນະພາບຂອງການປະຕິບັດຫນ້າທີ່ວຽກງານຂອງກອງກວດກູ້ລະເບີດເພື່ອມະນຸດສະທຳກອງທັບ ໃຫ້ມີຜົນສຳເລັດຕາມການມອບຫມາຍຂອງຂັ້ນເທິງ.

ໂດຍ: ເກນ ວິໄລສານ. ( 02099996770 )