ວັນທີ 19 ກຸມພານີ້, ທີ່ຕໍານັກຜ້າໄໝລາວບູຮານ, ນະຄອນ ຫຼວງວຽງຈັນ ໄດ້ມີພິທີມອບ-ຮັບເຄື່ອງນຸ່ງຫົ່ມ, ຂອງຫຼິ້ນ, ເຄື່ອງ ໃຊ້ສູ່ຊົນນະບົດລາວ.
ກ່າວມອບ ໂດຍ ທ່ານນາງ ຈັນທະຄອນ ລາຊະພົນ ຕາງໜ້າບໍລິສັດຢີເຊີງ, ທ່ານ ສູ່ຈ້ຽນ ຜູ້ອໍານວຍການບໍລິສັດຢາຊູດະ ຜະ ລິດຕະພັນກະສິກໍາ ນໍາເຂົ້າ-ສົ່ງອອກ ຈໍາກັດຜູ້ດຽວ, ທ່ານ ວາງ ຈື ເຢຍ ຜູ້ຕາງໜ້າບໍລິສັດ CAMCE ວິສະວະກໍາກໍ່ສ້າງ ຈໍາກັດ ປະຈໍາລາວ. ກ່າວຮັບ ໂດຍທ່ານ ນາງ ອາລຸນນີ ກົມມະສິດ ພັນລະຍາ ຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດ ຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ.
ໂອກາດດັ່ງກ່າວ, ທ່ານ ນາງ ອາລຸນນີ ກົມມະສິດ ໄດ້ສະແດງຄວາມດີໃຈທີ່ໄດ້ຮັບເຄື່ອຊ່ວຍເຫຼືອໃນຄັ້ງນີ້, ຈໍານວນເຄື່ອງທີ່ໄດ້ ຮັບໃນຄັ້ງນີ້ ຈະນໍາໄປມອບຕໍ່ ໃຫ້ເຂດຫ່າງໄກ ຂອງແຂວງຫຼວງພະບາງ, ຈະນໍາເອົາເຄື່ອງທີ່ໄດ້ ນໍາໄປມອບຕໍ່ໃຫ້ເຖິງ ວັດ, ໂຮງໝໍ, ໂຮງຮຽນ.
ຂ່າວ-ພາບ: ແສງຈັນ




