ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມອບ-ຮັບເງິນ ສ້ອມແປງສູນບຳບັດຜູ້ເສບຢາເສບຕິດ ຢູ່ເມືອງຂວາ

Apr 26, 2024

ວັນທີ 25 ເມສາ 2024, ທີ່ຫ້ອງວ່າການເມືອງຂວາ ແຂວງຜົ້ງສາລີ, ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຄະນະກຳມະການອະໄພຍະໂທດລະດັບຊາດ, ຫົວໜ້າກອງເລຂາຄະນະກຳມະການອະໄພຍະໂທດ ລະດັບຊາດໄດ້ມອບເງິນ 500 ລ້ານກີບ ເພື່ອປັບປຸງ ແລະ ສ້ອມແປງສູນບໍາບັດຜູ້ເສບຢາເສບຕິດ ພາຍໃນເມືອງຂວາ ແລະ ກ່າວຮັບໂດຍ ທ່ານ ພອນທະວີ ໄຊມົນຕີ ເຈົ້າເມືອງໆຂວາ.
ທ່ານ ບຸນທັນ ບຸນທະວິໄລ ໄດ້ກ່າວໃນພິທີວ່າ: ການມອບ-ຮັບເງິນ ໃນຄັ້ງນີ້, ເພື່ອປະກອບສ່ວນສຳຄັນ ເຂົ້າໃນການຈັດຕັ້ງຜັນຂະຫຍາຍແນວທາງຂອງພັກ ໂດຍສະເພາະ ການຜັນຂະຫຍາຍເນື້ອໃນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຂອງລັດຖະບານ ແຫ່ງ ສປປ ລາວ ເຂົ້າສູ່ວຽກງານໄອຍະການປະຊາຊົນ ແລະ ຮັບປະກັນຄຸນນະພາບໃນການເຄື່ອນໄຫວປະຕິບັດໜ້າທີ່ ການດຳເນີນຄະດີຢາເສບຕິດ ຂອງອົງການໄອຍະການປະຊາຊົນ ໂດຍສະເພາະ ແມ່ນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍບັນຫາຢາເສບຕິດ ຂອງແຂວງຜົ້ງສາລີ ໃນການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ເພື່ອນຳເອົາຜູ້ເສບຢາເສບຕິດ ມາບຳບັດ, ມາຟື້ນຟູ່ສຸຂະພາບ, ຝຶກວິຊາຊີບ ແລະ ຈັດຫາວຽກເຮັດງານທຳໃຫ້ຜູ້ເສບຢາເສບຕິດໃຫ້ເກີດດອກອອກຜົນຢ່າງມີຜົນສຳເລັດ.
ຂ່າວ: ອານຸສັກ
See insights and ads
Boost post
All reactions:

5