ພິທີມອບ-ຮັບໂຄງການເສັ້ນທາງມໍລະດົກນະຄອນຫລວງວຽງຈັນ ຈັດຂຶ້ນໃນຕອນເຊົ້າມື້ນີ້ 18/12/2024 ທີ່ສວນອະນຸສາວະລີປະຕູໄຊ ມີທ່ານ ນາງ ສວນສະຫັວນ ວິຍາເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ອຸປະທູດສະຫະພາບເອີຣົບປະຈຳລາວ, ຜູ້ຕາງໜ້າເອກອັກຄະລັດຖະທູດຕ່າງປະເທດ ປະຈຳລາວ ແລະ ແຂກຖືກເຊີນເຂົ້າຮ່ວມ.
“ເສັ້ນທາງມໍລະດົກນະຄອນຫຼວງວຽງຈັນ” ແມ່ນກິດຈະກຳທີ່ສົ່ງເສີມການທ່ອງທ່ຽວທີ່ໄດ້ຮັບການສະໜັບສະໜູນຈາກສະຫະພາບ ເອີຣົບ ປະຈຳ ລາວ. ກິດຈະກຳນີ້ມີເປົ້າໝາຍເພື່ອສົ່ງເສີມການທ່ອງທ່ຽວ ໃນເຂດຕົວເມືອງຂອງນະຄອນຫຼວງວຽງຈັນ ໂດຍການນຳສະເໜີໃນມຸມມອງໃໝ່ໆຜ່ານການທ່ຽວຊົມມໍລະດົກທີ່ມີຄຸນຄ່າ ແລະ ບັນດາອາຄານທີ່ໄດ້ຮັບການອະນຸລັກ.
ນອກຈາກນີ້, ໂຄງການນີ້ຍັງສົ່ງເສີມການມີສ່ວນຮ່ວມຂອງຄົນໃນທ້ອງຖິ່ນເຂົ້າໃນການພັດທະນາເສດຖະກິດ ແລະ ສັງຄົມ ໂດຍສົ່ງເສີມໃຫ້ຄົນໃນທ້ອງຖິ່ນເປັນເຈົ້າບ້ານທີ່ດີໃນການນຳສະເໜີຂໍ້ມູນເສັ້ນທາງການທ່ອງທ່ຽວ ຂອງນະຄອນຫຼວງວຽງຈັນ. ກິດຈະກຳນີ້ ຖືກອອກແບບມາ ເພື່ອສ້າງແຜນທີ່ຮູບແບບດິຈິຕອນ ທີ່ໃຊ້ເປັນເຄື່ອງມືໃນການສົ່ງເສີມເສັ້ນທາງການທ່ອງທ່ຽວ ຕາມອາຄານມໍລະດົກໃນເຂດໃຈກາງຕົວເມືອງຂອງນະຄອນຫຼວງວຽງຈັນ. ການສ້າງແຜນທີ່ດັ່ງກ່າວແມ່ນເພື່ອຍົກສູງຄຸນຄ່າຂອງອາຄານມໍລະດົກ ທີ່ຕິດພັນກັບປະຫວັດສາດ ແລະ ວິຖີການດຳລົງຊີວິດຂອງຜູ້ຄົນທີ່ອາໄສຢູ່ ເຊິ່ງເຣັດໃຫ້ນັກທ່ອງທ່ຽວສາມາດຮຽນຮູ້ວັດທະນະທຳແລະ ວິຖີຊີວິດຂອງປະຊົນຊົນໄດ້ເລິກເຊິ່ງຍິ່ງຂຶ້ນເວລາມາຢ້ຽມຊົມສະຖານທີ່ເຫຼົ່ານີ້.
ທ່ານ ພະຂັນໄຊ ສີຄັນໄຊ ຫົວໜ້າກົມມໍລະດົກ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ຮູ້ວ່າ: ຈຸດປະສົງຂອງໂຄງການເສັ້ນທາງມໍລະດົກວຽງຈັນ ເພື່ອສົ່ງເສີມການທ່ອງທ່ຽວຢູ່ນະຄອນຫລວງວຽງຈັນ ຜ່ານການເຂົ້າເຖິງສະຖານທີ່ທ່ອງທ່ຽວ ແລະ ບັນດາອາຄານເຮືອນເກົ່າອັນມີຄຸນຄ່າທີ່ເປັນເອກກະລັກ ຢູ່ໃຈກາງນະຄອນຫລວງວຽງຈັນ ທີ່ກວມເອົາລັດສະໜີ 2 ກິໂລແມັດ ໂດຍມີຈຸດໃຈກາງຈາກນໍ້າພຸ,ໂຄງການດັ່ງກ່າວເປັນການສ້າງເງື່ອນໄຂໃຫ້ແກ່ນັກທ່ອງທ່ຽວ ໄດ້ມີທາງເລືອກໃນການທ່ອງທ່ຽວເພີ່ມຫລາຍຂື້ນ ໂດຍສາມາດໄປທ່ຽວຊົມບັນດາອາຄານເກົ່າແກ່ຄຽງຄູ່ກັບບັນດາແຫ່ລງທ່ອງທ່ຽວທາງວັດທະນະທຳ ປະຫັວດສາດ ແລະ ອື່ນໆ ທີ່ມີຢູ່ໃນນະຄອນຫລວງວຽງຈັນ.
ກົມມໍລະດົກ ໄດ້ເຂົ້າຮ່ວມຄົ້ນຄວ້າ ແລະ ຄັດເລືອກເອົາບັນດາອາຄານ ທີ່ມີຄວາມໜາຍຄວາມສຳຄັນ ເພື່ອປະກອບເຂົ້າໃນໂຄງການນີ້ ຈຳນວນທັງໜົດ 59 ອາຄານ ໃນນີ້ ມີອາຄານລາວບູຮານ ,ອາຄານແບບອານນິຄົມ ແລະ ອາຄານທີ່ມີທ່າແຮງທີ່ສາມາດນຳໃຊ້ເຂົ້າໃນດ້ານການທ່ອງທ່ຽວ ແລະ ຫັວງວ່າໂຄງ ການນີ້ຈະເປັນຈຸດເລີ່ມຕົ້ນ ແລະ ເປັນຕົວແບບໃນການປູກຈິດສຳນຶກໃຫ້ແກ່ສັງຄົມເປັນໄດ້ຄວາມໜາຍຄວາມສຳຄັນ ຂອງການອະນຸລັກປົກປັກຮັກສາ ແລະ ເສີມຄຸນຄ່າຂອງອາຄານເກົ່າແກ່ທີ່ເປັນມໍະດົກຂອງຊາດໃຫ້ມີຄວາມຍືນຍົງ.
ຂ່າວ : ສົມພາວັນ / ພາບ : ພູເງິນ








