ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມອບ-ຮັບໂຄງການ ກໍ່ສ້າງທາງເບຕົງເສີມເຫຼັກຈໍານວນ 7 ໂຄງການ

Jan 6, 2026

ພິທີ ມອບ-ຮັບໂຄງການ ກໍ່ສ້າງທາງເບຕົງເສີມເຫຼັກຈໍານວນ 7 ໂຄງການ ແລະ ເປີດນໍາໃຊ້ຢ່າງເປັນທາງການ ຈັດຂຶ້ນໃນວັນທີ 2 ມັງກອນ 2026, ທີ່ນະຄອນຫຼວງວຽງຈັນ ມີ ທ່ານ ບຸນຍະວັດ ນີຣະໄຊ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ພ້ອມດ້ວຍຮອງປະທານຄະນະກໍາມະການປົກຄອງເມືອງຫາດຊາຍຟອງ ເມືອງໄຊທານີ ປະທານບໍລິສັດ ແລະ ແຂກຮັບເຊີນເຂົ້າຮ່ວມ.
ທ່ານ ຕີ່ງຄໍາ ສີສະຫວັດ ຫົວໜ້າຂະແໜງຂົວທາງພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນໄດ້ລາຍງານການຈັດຕັ້ງປະຕິບັດໂຄງການກໍ່ສ້າງເສັ້ນທາງໃນໄລຍະຜ່ານມາ: ການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກຈໍານວນ 7 ໂຄງການ ເຈົ້າຂອງໂຄງການແມ່ນພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ຜູ້ຮັບເໝົາແມ່ນ ບໍລິສັດ ພີເອັດແອວ ເຮືອງຈະເລີນ ແລະ ບໍລິສັດ ໄຊຈະເລີນຊັບ ໃຊ້ງົບປະມານການລົງທຶນຂອງລັດໃນແຕ່ລະປີ ບັນດາ 7 ໂຄງການປະກອບມີ: ໂຄງການກໍ່ສ້າງທາງເບຕົງເສີມເຫຼັກ ເສັ້ນທາງແຄມຂອງຈາກສາມແຍກເຂດບ້ານນາໄຮ ຫາ ບ້ານຊາຍຟອງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ລວງຍາວ 9,38 ກິໂລແມັດ ໜ້າທາງກ້ວາງ 8 ແມັດ ໂຄງການກໍ່ສ້າງທາງເບຕົງເສີມເຫຼັກ ແຕ່ບ້ານສາລາຄໍາ-ດົງໂພນເລົາ-ບ້ານສະຫວ່າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ລວງຍາວ 4,85 ກິໂລແມັດ ໜ້າທາງກວ້າງ 7,50 ແມັດ ໂຄງການກໍ່ທາງເບຕົງສ້າງເສີມເຫຼັກ ແຕ່ທາງລົດໄຟລາວຈີນ ບ້ານຫ້ວຍເຕີຍ-ໂນນສະອາດ( ໄຟແດງທາງເລກ10)ເມືອງໄຊທານີ ນະຄອນຫຼວງວຽງຈັນ ລວງຍາວ 7,97 ກິໂລແມັດ ກວ້າງ 10 ແມັດ ໂຄງການກໍ່ສ້າງທາງເບຕົງ ແຕ່ບ້ານຕານມີໄຊ ຫາ ນາທົ່ມ ເມືອງໄຊທານີ ນະຄອນຫຼວງວຽງຈັນ ລວງຍາວ 2,76 ກິໂລກແມັດ ກວ້າງ 10 ແມັດ ໂຄງການກໍ່ສ້າງທາງເບຕົງເສີມເຫຼັກ ແຕ່ບ້ານໂນນສະອາດ ( ໄຟແດງທາງເລກ10) ບ້ານລາດຄວາຍ ຫາ ນາສາລາ ເມືອງໄຊທານີ ລວງຍາວ 9,20 ກິໂລແມັດ ກວ້າງ10 ແມັດ ໂຄງການກໍ່ສ້າງທາງ ຢູ່ທາງຫຼັງຫໍສະໝຸດແຫ່ງຊາດເຂດບ້ານພະຂາວ ຫາ ບ້ານຊ້າງຄູ້ ເຊື່ອມຕໍ່ຖະໜົນດົງໂດກ-ສີເກີດ- ທາງ 450 ປີ ເມືອງໄຊທານີ ນະຄອນຫຼວງວຽງຈັນ ລວງຍາວ 4,16 ກິໂລແມັດ ກວ້າງ 6-10 ແມັດ ແລະ ໂຄງການກໍ່ສ້າງທາງລຽບຕາມຄອງນໍ້າຮ່ອງອ້ວຍລ້ວຍ ແຕ່ສວນ 23 ສິງຫາ (ຖະໜົນດົງປາຍນາ) ຫາຖະໜົນບູລິຈັນ ຫາ ຮ່ອງແກ(ຖະໜົນໂພນທັນ) ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ລວງຍາວ 2,49 ກິໂລແມັດ ກວ້າງ 3,8 ແມັດ.
 May be an image of golf and text
ໂຄງການກໍ່ສ້າງທາງບົງຕົງເສີມເຫຼັກ ເລີ່ມຈັດຕັ້ງປະຕິບັດແຕ່ເດືອນມັງກອນ 2025 ມາຮອດວັນທີ 2 ມັງກອນ 2026 ບັນດາໜ້າວຽກຕ່າງໆ ຈັດຕັ້ງປະຕິບັດສໍາເລັດ 100 ສ່ວນຮ້ອຍ ແລະ ສໍາເລັດກ່ອນສັນຍາ ລວມໄລຍະທາງຍາວທັງໝົດ 40,81 ກິໂລແມັດ ແຜນວຽກກໍ່ສ້າງໃນຕໍ່ໜ້າ ເລີ່ມແຕ່ເດືອນມັງກອນ 2026 ຫາ ມັງກອນ 2027 ມອບໃຫ້ບໍລິສັດຜູ້ຮັບເໝົາ ຕິດຕາມ ແລະ ບູລະນະຮັກສາສ້ອມແປງໃຫ້ຄົບໄລຍະຄໍ້າປະກັນ 1 ປີ ຕາມເງື່ອນໄຂທີ່ໄດ້ລະບຸໄວ້ໃນສັນຍາ.
ຕອນທ້າຍພິທີໄດ້ລົງນາມເຊັນບົດບັນທຶກມອບ-ຮັບ ລະຫວ່າງ ເຈົ້າຂອງໂຄງການ ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ກັບ ບໍລິສັດພີເອັດແອວ ເຮືອງຈະເລີນ ແລະ ບໍລິສັດໄຊຈະເລີນຊັບ ໂດຍມີຜູ້ເຂົ້າຮ່ວມເປັນສັກຂີພະຍານ.